ອາ​ຊຽນ 2020: ລັດ​ເຊຍ ສະ​ໜັບ​ສະ​ໜູນ “ຖະ​ແຫຼງ​ການ​ຮ່າ​ໂນ້ຍ”

(VOVWORLD) -ນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ ມົດສະກູ ໄດ້ໃຫ້ຂ່າວວ່າ, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊີຕາເວັນອອກ EAS ຄັ້ງທີ 15, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຕີລາຄາສູງບົດບາດຂອງ EAS ສຳລັບບັນດາບັນຫາຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ, ພ້ອມທັງສະແດງຄວາມເຫັນດີເປັນເອກະສັນຕໍ່ເນື້ອໃນຫຼັກຂອງ “ຖະແຫຼງການຮ່າໂນ້ຍ”.
ອາ​ຊຽນ 2020: ລັດ​ເຊຍ ສະ​ໜັບ​ສະ​ໜູນ “ຖະ​ແຫຼງ​ການ​ຮ່າ​ໂນ້ຍ” - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ:TTXVN)

ຕາມການນຳ ລັດເຊຍ ແລ້ວ, ກອງປະຊຸມສຸດຍອດ ອາຊີຕາເວັນອອກ ໄດ້ສະແດງໃຫ້ເຫັນວ່າ ນີ້ແມ່ນເວທີປາໄສທີ່ໄດ້ຮັບຄວາມໄວ້ວາງໃຮ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຮີບດ່ວນ ທີ່ມີສ່ວນກ່ຽວຂ້ອງໂດຍກົງເຖິງທົ່ວພາກພື້ນອາຊີ - ປາຊີຟິກ, ກໍຄືແມ່ນບ່ອນເພື່ອພ້ອມກັນຊອກຫາມາດຕະການແກ້ໄຂລວມບັນດາບັນຫາສາກົນທີ່ຕ້ອງແກ້ໄຂຢ່າງຮີບດ່ວນ.  ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ : “ຂ້າພະເຈົ້າເຫັນດີຕໍ່ບັນດາແນວຄວາມຄິດຫຼັກທີ່ໄດ້ຍົກອອກມາໃນ ຖະແຫຼງການຮ່າໂນ້ຍ. ນັ້ນແມ່ນບັນດາປະເທດທີ່ຕ້ອງຮ່ວມມືກັນຢ່າງກົມກ່ຽວເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ, ເພີ່ມທະວີການຮ່ວມມືໃນບັນດາບັນຫາການເມືອງ ແລະ ເສດຖະກິດ. ພ້ອມກັນນັ້ນ, ສິ່ງສຳຄັນແມ່ນ ຕ້ອງກະທຳບົນຫຼັກການເຄົາກົດໝາຍສາກົນ, ເພື່ອຜົນປະໂຫຍດຂອງກັນ ແລະ ຮັບປະກັນພື້ນຖານຄວາມໝັ້ນຄົງສະເໝີພາບ ແລະ ບໍ່ຖືກຕັດແຍກ”. ທ່ານປະທານາທິບໍດີ Putin ຖືວ່າ ອະນາຄົດຂອງພາກພື້ນ ອາຊີ - ປາຊີຟິກ ແມ່ນຂຶ້ນກັບຄວາມສາມັກຄີຂອງບັນດາປະເທດຕໍ່ໜ້າບັນດາສິ່ງທ້າທາຍ ແລະ ໄພນາບຂູ່ທີ່ພວມເກີດຂຶ້ນ, ພ້ອມທັງຂຶ້ນກັບເຈດຕະນາດີການຮ່ວມມືເພື່ອການພັດທະນາລວມ ແລະ ຍືນຍົງ ແລະ ລັດເຊຍ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວຽກງານລວມດັ່ງກ່າວ

ຕອບກັບ

ຂ່າວ/ບົດ​ອື່ນ