ອາ​ຊຽນ 2020: ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາ​ດ Covid – 19

(VOVWORLD) - ຕອນບ່າຍວັນທີ 24 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ກອງປະຊຸມປຶກສາຫາລືທາງອອນລາຍ ຂອງລັດຖະມົນຕີເສດຖະກິດ ອາຊຽນ ກັບສະພາທີ່ປຶກສາການດຳເນີນທຸລະກິດ ອາຊຽນ (ASEAN BAC) ໄດ້ດຳເນີນ ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີເສດຖະກິດ ອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ຜູ້ຕາງໜ້າຂອງສະພາທີ່ປຶກສາການດຳເນີນທຸລະກິດ ອາຊຽນ.
ອາ​ຊຽນ 2020: ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາ​ດ Covid – 19 - ảnh 1ທ່ານ ເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: qdnd.vn

ທີ່ກອງປະຊຸມ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງ ສະພາການດຳເນີນທຸລະກິດ ອາຊຽນ ແລະ ຖືວ່າ ການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງລັດຖະບານ ແລະ ປະຊາຄົມວິສາຫະກິດແມ່ນຈຳເປັນທີ່ສຸດ ບໍ່ພຽງແຕ່ໃນວຽກງານຮັບມືກັບ Covid -19 ເທົ່ານັ້ນ ຫາກຍັງເປັນການສົ່ງເສີມການເຊື່ອມໂຍງເສດຖະກິດພາຍໃນອາຊຽນກໍ່ຄືລະຫວ່າງອາຊຽນແລະບັນດາປະເທດຄູ່ຮ່ວມມື, ເປັນຕົ້ນແມ່ນຕໍ່ໜ້າບັນດາສິ່ງທ້າທາຍຂອງຍຸກສະໄໝໃໝ່. ບັນດາ ລັດຖະມົນຕີ ໄດ້ສະເໜີໃຫ້ປະຊາຄົມວິສາຫະກິດອາຊຽນ ສົມທົບກັບລັດຖະບານຢ່າງແໜ້ນແຟ້ນກວ່າເກົ່າໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ ຍົກອອກໃນແຜນການເຄື່ອນໄຫວຮ່າໂນ້ຍ ແລະ ແຜນການເຄື່ອນໄຫວໂດຍອາຊຽນ ແລະ ບັນດາຄູ່ຮ່ວມມືຕ່າງປະເທດຢູ່ນອກກຸ່ມທີ່ໄດ້ ຮັບຮອງເອົາຈາກ ຍີ່ປຸ່ນ ແລະ  ບັນດາຄູ່ຮ່ວມມື ອາຊຽນ +3 ເພື່ອປ້ອງກັນ, ສະກັດກັ້ນ ແລະ ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກ ໂລກລະບາດ Covid -19 ໃນພາກພື້ນແລະ ປັບປຸງລະບົບສະໜອງໃນພາກພື້ນ, ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດໃນພາກພື້ນພາຍຫລັງໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ