ອາ​ຊ​ຽນ 2020: ຮ່ວມ​ມື​ດ້ານ​ການ​ເງິນ - ທະ​ນາ​ຄານ​ລະ​ຫວ່າງ ບັນ​ດາ​ປະ​ເທດ​ອາ​ຊຽ​ນ

ໃນຂອບເຂດການຮ່ວມມືດ້ານການເງິນອາຊຽນ2020, ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ອາຊຽນ (AFCDM)ໄດ້ຈັດຕັ້ງທາງອອນລາຍໃນວັນທີ 1 ຕຸລາ ຢູ່ຮ່າໂນ້ຍໂດຍມີການເຂົ້າຮ່ວມຂອງ ຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງຂອງ 10 ປະເທດອາຊຽນ  ແລະ ຮອງເລຂາທິການໃຫຍ່ອາຊຽນ.
ອາ​ຊ​ຽນ 2020: ຮ່ວມ​ມື​ດ້ານ​ການ​ເງິນ - ທະ​ນາ​ຄານ​ລະ​ຫວ່າງ ບັນ​ດາ​ປະ​ເທດ​ອາ​ຊຽ​ນ  - ảnh 1ທ່ານເຈິ່ນຊວັນຮ່າ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານນາງ ຫງວຽນທິຮົ່ງ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ໄດ້ເປັນປະທານກອງປະຊຸມ (ພາບ: tapchitaichinh.vn

ນີ້ແມ່ນກອງປະຊຸມສຳຄັນ,ເພື່ອກະກຽມບັນດາເນື້ອໃນໃຫ້ແກ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6 ເຊິ່ງຈະຈັດຕັ້ງໃນວັນທີ 2 ຕຸລາ. ທີ່ກອງປະຊຸມ, ບັນດາຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງໄດ້ປຶກສາຫາລືກ່ຽວກັບໝາກຜົນຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມມືໃນຂອບເຂດວິວັດການເຊື່ອມໂຍງດ້ານການເງິນ - ທະນາຄານ ອາຊຽນ ແລະ ບັນດາຂໍ້ລິເລີ່ມຮ່ວມມືດ້ານການເງິນຕ່າງໆໃນອາຊຽນ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມກໍ່ໄດ້ອັບເດັດສະພາບການເສດຖະກິດໃນພາກພື້ນ, ບັນດາໝາກຜົນຂອງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20, ອັບເດັດວຽກງານກະກຽມໃຫ້ແກ່ອາຊຽນ 2021 ແລະ ພິຈາລະນາຮັບຮອງເອົາ ຮ່າງຖະແຫຼງການຮ່ວມ ຂອງ ກອງປະຊຸມລັດຖະມົນຕີ ການເງິນ ແລະ  ຜູ້ວ່າການທະນາການສູນກາງ ອາຊຽນຄັ້ງທີ 6

ຕອບກັບ

ຂ່າວ/ບົດ​ອື່ນ