ອາ​ຊຽນ 2020: ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ຈຳ​ອາ​ຟ​ຼິກ​ກາ​ໃຕ້​ຕີ​ລາ​ຄາ​ສູງ​ປະ​ເທດ​ປະ​ທານ​​ອາ​ຊຽນ

(VOVWORLD) -ທີ່ກອງປະຊຸມ, ເມື່ອຕີລາຄາກ່ຽວກັບບົດບາດຂອງຫວຽດນາມ, ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ Pretoria ລ້ວນແຕ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ສຳເລັດໜ້າທີ່ປະທານອາຊຽນໃນ 9 ເດືອນທີ່ຜ່ານມາໃຫ້ເປັນຢ່າງດີ.
ອາ​ຊຽນ 2020: ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ຈຳ​ອາ​ຟ​ຼິກ​ກາ​ໃຕ້​ຕີ​ລາ​ຄາ​ສູງ​ປະ​ເທດ​ປະ​ທານ​​ອາ​ຊຽນ - ảnh 1ທ່ານຮ່ວາງວັນເລິຍ ເອກອັກຄະລັດຖະທູດຫວຽດນາມປະຈຳ ອາຟຼິກກາໃຕ້ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 23 ກັນຍາ, ທ່ານຮ່ວາງວັນເລິຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟຼິກກາໃຕ້, ພ້ອມທັງເປັນປະທານຄະນະກຳມະການອາຊຽນ ປະຈຳ Pretoria (APC), ປະທານກອງປະຊຸມໂດຍມີການເຂົ້າຮ່ວມຂອງ ເອກອັກຄະລັດຖະທູດ ຂອງບັນດາປະເທດ ອາຊຽນ 7 ທ່ານປະຈຳປະເທດປະຈຳຖິ່ນ ເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານ ແລະ ປຶກສາຫາລືກ່ຽວກັບໂຄງການເຄື່ອນໄຫວຂອງ APC ໃນໄລຍະຈະມາເຖິງ.

        ທີ່ກອງປະຊຸມ, ເມື່ອຕີລາຄາກ່ຽວກັບບົດບາດຂອງຫວຽດນາມ, ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ Pretoria ລ້ວນແຕ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ສຳເລັດໜ້າທີ່ປະທານອາຊຽນໃນ 9 ເດືອນທີ່ຜ່ານມາໃຫ້ເປັນຢ່າງດີ.

        ທ່ານໂກເມດ ກະມະລະນາວິນ ເອກອັກຄະລັດຖະທູດ ໄທປະຈຳ ອາຟຼິກກາໃຕ້ ຢັ້ງຢືນວ່າ ໃນຖານະເປັນປະທານອາຊຽນ, ຫວຽດນາມ ປະຕິບັດໄດ້ວຽກງານຫຼາຍຢ່າງ ແລະ “ສະແດງໃຫ້ເຫັນການນຳພາຢ່າງແຮງໃນການນຳໜ້າອາຊຽນຮັບມືກັບໂລກລະບາດ Covid - 19”. ສ່ວນທ່ານ Mohamad Nizan B.Mohamad ເອກອັກຄະລັດຖະທູດມາເລເຊຍ ໃຫ້ຮູ້ວ່າ ທ່ານມີຄວາມປະທັບໃຈທີ່ສຸດຕໍ່ຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຂອງຫວຽດນາມໃນການປະສານງານ, ນຳໜ້າອາຊຽນຜ່ານຜ່າບັນດາສິ່ງທ້າທາຍລວມ, ພິເສດແມ່ນໂລກລະບາດ Covid – 19, ວິກິດການທີ່ມີລັກສະນະທົ່ວໂລກໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ