ອາຊຽ​ນ 2020: ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ໄດ້ຄັດ​ເລືອກ​ເປັນ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ​

(VOVWORLD) -ໃນຖານະເປັນຮອງເລຂາທິການໃຫຍ່ຄົນໃໝ່, ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຈະຮັບຜິດຊອບການປະຕິບັດການຄຸ້ມຄອງບໍລິຫານວຽກງານພາຍໃນ, ບຸກຄະລາກອນ, ການເງິນ ແລະ ງົບປະມານ, ເຕັກໂນໂລຢີຂໍ້ມູນຂ່າວສານ…
ອາຊຽ​ນ 2020: ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ໄດ້ຄັດ​ເລືອກ​ເປັນ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ​ - ảnh 1ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຜູ້ຕາງໜ້າ ຫວຽດນາມ ປະຈຳ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ(ພາບ: TTXVN) 

ທີ່ກອງປະຊຸມຄັ້ງທີ 27ສະພາປະສານງານອາຊຽນ (ACC) ໃນວັນທີ 9 ກັນຍາ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບກັບຄຳສະເໜີຂອງທ່ານ Dato Lim Jock Hoi ເລຂາທິການໃຫຍ່ ອາຊຽນ ແລະ ເຫັນດີຕົກລົງຄັດເລືອກເອົາ ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຜູ້ຕາງໜ້າ ຫວຽດນາມ ປະຈຳ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ (CPR), ເປັນຮອງເລຂາທິການໃຫຍ່ ອາຊຽນຄົນໃໝ່ຮັບຜິດຊອບ ວຽກງານປະຊາຄົມ ແລະ ວຽກງານພາຍໃນຂອງຄະນະເລຂາທິການອາຊຽນ ອາຍຸການ  ແຕ່ກຸມພາ 2021 - ກຸມພາ 2024.

ໃນຖານະເປັນຮອງເລຂາທິການໃຫຍ່ຄົນໃໝ່, ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຈະຮັບຜິດຊອບການປະຕິບັດການຄຸ້ມຄອງບໍລິຫານວຽກງານພາຍໃນ, ບຸກຄະລາກອນ, ການເງິນ ແລະ ງົບປະມານ, ເຕັກໂນໂລຢີຂໍ້ມູນຂ່າວສານ…

ຕອບກັບ

ຂ່າວ/ບົດ​ອື່ນ