ອາຊຽນ 2020: ໄຂ​ກອງ​ປະ​ຊຸມ​ສະ​ພາ​ປະ​ທາ​ນ​ສານ ບັນ​ດາ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 8

(VOVWORLD) -ຕອນເຊົ້າວັນທີ 5 ພະຈິກ, ກອງປະຊຸມທາງອອນລາຍສະພາປະທານສານ ບັນດາປະເທດອາຊຽນ (CACJ) ຄັ້ງທີ 8 ໄດ້ໄຂຂຶ້ນດ້ວຍການເຂົ້າຮ່ວມຂອງປະທານສານ, ຫົວໜ້າຄະນະສານສູງສຸດບັນດາປະເທດອາຊຽນ.
ອາຊຽນ 2020: ໄຂ​ກອງ​ປະ​ຊຸມ​ສະ​ພາ​ປະ​ທາ​ນ​ສານ ບັນ​ດາ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 8 - ảnh 1 ທ່ານ ຫງວຽນຮ່ວາບິ່ງ ປະທານສານປະຊາຊົນສູງສຸດ ຫວຽດນາມເປັນປະທານກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຮ່ວາບິ່ງ ປະທານສານປະຊາຊົນສູງສຸດ ຫວຽດນາມໃຫ້ຮູ້ວ່າ ເລື່ອງຈັດຕັ້ງກອງປະຊຸມດັ່ງກ່າວ ແມ່ນໂອກາດເພື່ອເພີ່ມທະວີຄວາມສະໜິດຕິດພັນ ຊຸກຍູ້ການຮ່ວມມືລະຫວ່າງສານບັນດາປະເທດອາຊຽນ.

ຕາມທ່ານ ຫງວຽນຮ່ວາບິ່ງ ແລ້ວ, ໃນສະພາບການດັ່ງກ່າວ, CACJ ໄດ້ກາຍເປັນຊ່ອງທາງການຮ່ວມມືທີ່ສຳຄັນ, ຊ່ວຍສານບັນດາປະເທດໃນພາກພື້ນມີເງື່ອນໄຂແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຮັດແໜ້ນການຮ່ວມມືຕື່ມອີກ. CACJ ກໍ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ເປັນເອກະພາບ ແລະ ມີຫຼາຍຮູບແບບ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນຫາຂອງພາກພື້ນຕໍ່ໜ້າສະພາບການເກີດໂລກລະບາດ Covid – 19, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ໄດ້ວາງອອກ ໃຫ້ແກ່ CACJ ເວົ້າລວມ, ສານບັນດາປະເທດເວົ້າສະເພາະ ກໍ່ຄືບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກສິ່ງທ້າທາຍນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ