ອາ​ຊຽນ + 3 ຊຸກ​ຍູ້​ຂົງ​ເຂດ​ສະ​ຫວັດ​ດີ​ການ ແລະ ພັດ​ທະ​ນາ​ສັງ​ຄົມ

(VOVWORLD) - ວັນທີ 22 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນກອງປະຊຸມລັດຖະມົນຕີສະຫວັດດີການ ແລະ ພັດທະນາ ອາຊຽນ + 3 (ຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນ) ຄັ້ງທີ 6 ດ້ວຍຫົວຂໍ້ “ເພີ່ມທະວີການໜູນຊ່ວຍສັງຄົມໃຫ້ແກ່ເດັກນ້ອຍມີຄວາມສ່ຽງຫຼາຍກ່ວາໝູ່ໃນອາຊຽນ”. 
ອາ​ຊຽນ + 3  ຊຸກ​ຍູ້​ຂົງ​ເຂດ​ສະ​ຫວັດ​ດີ​ການ ແລະ ພັດ​ທະ​ນາ​ສັງ​ຄົມ - ảnh 1ກອງປະຊຸມລັດຖະມົນຕີສະຫວັດດີການ ແລະ ພັດທະນາ ອາຊຽນ + 3 (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີການນຳບັນດາກະຊວງຮັບຜິດຊອບກ່ຽວກັບສະຫວັດດີການ ແລະ ພັດທະນາຂອງ 10 ປະເທດ ອາຊຽນ +3. ຄະນະຜູ້ແທນຫວຽດນາມໂດຍທ່ານ ເລວັນແທັງ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມເປັນຫົວໜ້າຄະນະ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາບັນດາຜົນງານການຮ່ວມມືລະຫວ່າງອາຊຽນ ແລະ ຍີ່ປຸ່ນ, ສ.ເກົາຫຼີ, ຈີນໃນຂົງເຂດສະຫວັດດີການ ແລະ ພັດທະນາສັງຄົມ, ປຶກສາຫາລື ແລະ ຍົກອອກບັນດາຂໍ້ສະເໜີເພື່ອແນໃສ່ເພີ່ມທະວີການໜູນຊ່ວຍສັງຄົມໃຫ້ແກ່ເດັກນ້ອຍທີ່ມີຄວາມສ່ຽງຫຼາຍກ່ວາໝູ່ໃນອາຊຽນ.

ກອງປະຊຸມໄດ້ສະເໜີໃຫ້ບັນດາປະເທດອາຊຽນ ພ້ອມກັບ 3 ປະເທດຄູ່ຮ່ວມມືແມ່ນ ຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນຈົ່ງສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍ ແລະ ປົກປ້ອງເດັກ, ຄົນພິການ, ຜູ້ມີອາຍຸສູງ ແລະ ບັນດາຜູ້ດ້ອຍໂອກາດຜ່ານບັນດາໂຄງການໃນຂອບເຂດອາຊຽນ ຫຼືຕາມຮູບການສອງຝ່າຍທີ່ເໝາະສົມ. ກອງປະຊຸມກໍ່ໄດ້ປຶກສາຫາລື ແລະ ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີສະຫວັດດີການ ແລະ ພັດທະນາອາຊຽນ + 3 ຄັ້ງທີ 6.

ຕອບກັບ

ຂ່າວ/ບົດ​ອື່ນ