ອາ​ຊຽນ + 3 ຍົກ​ສູງ​ການ​ສ້​າງ​ຄວາມ​ເຂັ້ມ​ແຂງ​ດ້ານເສດ​ຖະ​ກິດ ແລະ ການ​ເງິນ​ດ້ວຍ​ຕົນ​ເອງ ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ພວມ​ເກີດ​ຂຶ້ນ

(VOVWORLD) -ການນຳບັນດາປະເທດ ອາຊຽນ + 3 ຕີລາຄາສູງບົດບາດສຳຄັນຂອງ ການຮ່ວມມື ອາຊຽນ + 3 ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາພັດທະນາຢູ່ພາກພື້ນ ອາຊີຕາເວັນອອກ ດ້ວຍບົດບາດເປັນໃຈກາງຂອງ ອາຊຽນ.

ຕອນບ່າຍວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານຊີ້ນຳກອງປະຊຸມສຸດຍອດ ອາຊຽ + 3 ຄັ້ງທີ 23 ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ທ່ານເລຂາທິການໃຫຍ່ ອາຊຽນ.

ອາ​ຊຽນ + 3 ຍົກ​ສູງ​ການ​ສ້​າງ​ຄວາມ​ເຂັ້ມ​ແຂງ​ດ້ານເສດ​ຖະ​ກິດ ແລະ ການ​ເງິນ​ດ້ວຍ​ຕົນ​ເອງ ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ພວມ​ເກີດ​ຂຶ້ນ - ảnh 1 ກອງປະຊຸມສຸດຍອດ ອາຊຽ + 3 ຄັ້ງທີ 23 (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີສະເໜີບັນດາປະເທດ ອາຊຽນ + 3 ສືບຕໍ່ຮັກສາທ່າຮ່ວມມື, ຍູ້ໂລກລະບາດໃຫ້ຖອຍໄປເທື່ອລະກ້າວ, ຫຼຸດຜ່ອນຜົນກະທົບຂອງໂລກລະບາດ, ຮັກສາຄວາມສະຖຽລະພາບຂອງບັນດາພື້ນຖານເສດຖະກິດການເງິນມະຫາພາກ, ຊຸກຍູ້ການຟື້ນຟູຢ່າງຮອບດ້ານ ແລະ ຍືນຍົງ.

        ແລກປ່ຽນທີ່ກອງປະຊຸມ, ການນຳບັນດາປະເທດ ອາຊຽນ + 3 ຕີລາຄາສູງບົດບາດສຳຄັນຂອງ ການຮ່ວມມື ອາຊຽນ + 3 ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາພັດທະນາຢູ່ພາກພື້ນ ອາຊີຕາເວັນອອກ ດ້ວຍບົດບາດເປັນໃຈກາງຂອງ ອາຊຽນ. ບັນດາປະເທດກໍມີການປະກອບສ່ວນຫຼາຍຢ່າງເຂົ້າໃນວິວັດການສ້າງປະຊາຄົມ ອາຊຽນ, ຈັດຕັ້ງປະຕິບັດ ແຜນການສັງລວມເຊື່ອມຕໍ່ ອາຊຽນ (MPAC) 2025 ແລະ ແຜນການປະຕິບັດງານ ໄລຍະທີ 3 ຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ (IAI). ການນຳບັນດາປະເທດ ອາຊຽນ ຮັບຮອງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດໄລຍະທີ 3 ຂອງແຜນການປະຕິບັດງານອາຊຽນ + 3, ເຊິ່ງໄດ້ໃຫ້ຄຳໝັ້ນສັນຍາວ່າຈະຊຸກຍູ້ແຜນການດັ່ງກ່າວຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບຸລິມະສິດແຖວໜ້າປັດຈຸບັນ ແມ່ນສຸມໃສ່ການຄວບຄຸມ ແລະ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ຟື້ນຟູຜົນຮ້າຍຢ້ອນຫຼັງ ແລະ ຊຸກຍູ້ການຟື້ນຟູແບບຍືນຍົງເທື່ອລະກ້າວ. ທ່ານນາຍົກລັດຖະມົນຕີ ສະເໜີ ໃຫ້ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແບ່ງປັນປະສົບການ ແລະ ທ່າແຮງໃນການຄົ້ນຄວ້າທາງດ້ານລະບາດວິທະຍາ ແລະ ການກະກຽມຮັບມືບັນດາກໍລະນີສາທາລະນະສຸກສາທາລະນະ ກັບ ອາຊຽນ; ໜູນຊ່ວຍການຜັນຂະຫຍາຍ ແຜນການຟື້ນຟູສັງລວມ ອາຊຽນ. ສິ້ນສຸດກອງປະຊຸມ, ປະທານກອງປະຊຸມ ໄດ້ອອກຖະແຫຼງການປະທານ ກ່ຽວກັບໝາກຜົນກອງປະຊຸມສຸດຍອດ ອາຊຽນ + 3, ຮັບຮອງເອົາຖະແຫຼງການຂອງບັນດາການນຳ ອາຊຽນ + 3 ກ່ຽວກັບການເພີ່ມທະວີການຮ່ວມມື ອາຊຽນ + 3 ຍົກສູງການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການເງິນດ້ວຍຄົນເອງ ຕໍ່ໜ້າບັນດາສິ່ງທ້າທາຍທີ່ພວມເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ