ອາຊຽນ - ຈີນ ກະກຽມ ຈັດກອງປະຊຸມ ກ່ຽວກັບການ ກູ້ໄພກູ້ຊີບບົນທະເລ

ອາຊຽນ - ຈີນ ກະກຽມ ຈັດກອງປະຊຸມ ກ່ຽວກັບການ ກູ້ໄພກູ້ຊີບບົນທະເລ - ảnh 1
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 18 – 20/06, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ຕ່າງປະ​ເທດ ຈະ​ເປັນ​ປະທານ​ຈັ​ດກອງ​ປະຊຸມ​ສຳ​ມະ​ນາ “​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ - ຈີນ ​ໃນ​ການ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ​ສຳລັບ​ຄົນ ​ແລະ ​ກໍ່າປັ່ນ​ເຮືອ​​ແພເມື່ອ​ຖືກ​ອຸບັດ​ຕິ​ເຫດ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ຕາມ​​ແຈ້ງ​ຂ່າວ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ ເລືອງ​ແທງ​ຫງິ້ ​ແລ້ວ, ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ​ແມ່ນ​ພາກສ່ວນ​ໜຶ່ງ​ເພື່ອ​ແນ​ໃສ່​ຜັນ​ຂະຫບາຍ​ແຜນການ​ປະຕິບັດ​ງານ​ລະຫວ່າງອາ​ຊຽນ - ຈີນ ກ່ຽວ​ກັບ​ຫຼັກການ​ແນະນຳ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ຂໍ້​ກຳນົດການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ພ້ອມ​ກັນ​ປຶກສາ​ຫາລື​ມາດ​ຕະການສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຜ່ານ​ການ​ຮ່ວມ​ມືຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຕີ​ລາຄາ​ສະພາບ​ຕົວ​ຈິ່ງ ​ແລະ ຄວາມ​ຕ້ອງການ​ສ້າງ​ບັນດາ​ມາດ​ຕະການ​ລວມ​ໃນ​ການ​ໜູນ​ຊ່ວຍ​ຄົນ ​ແລະ ​ກໍ່າ​ປັ່ນເຮືອ​ແພ​ທີ່ຖືກ​ອຸບັດ​ຕິ​ເຫດ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ບັນດາ​ປັດ​ໃຈ​ທີ່​ກະທົບ​ເຖິງ​ການ​ສົມທົບ​ກັນ​ຊ່ວຍ​ເຫຼືອ​ມະນຸດ​ສະຖທຳ​ໃນ​ພາກ​ພື້ນ ​ແລະ ຍົກ​ອອກ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືໃນ​ຂົງ​ເຂດກູ້​ໄພ​ກູ້​ຊີບ​ສຳລັບ​ຄົນ ​ແລະ ​ກໍ່າ​ປັ່ນເຮືອ​ແພ​ທີ່ຖືກ​ອຸບັດ​ຕິ​ເຫດ​ຢູ່​ທະ​ເລ​ຕາ​ເວັນ​ອອກຢ່າງ​ລະອຽດ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ, ມີ​ຜູ້ຕາງໜ້າ​ລັດຖະບານ, ບັນດາ​ນັກຮຽນ​ຮູ້, ຜູ້​ຊ່ຽວຊານ​ຂອງບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ.
ຂ່າວ/ບົດ​ອື່ນ