ອາຊຽນ, ຈີນ ສິ້ນສຸດການຊ້ອມຮົບທະຫານເຮືອຮ່ວມ

(VOVWORLD) - ວັນທີ 27 ຕຸລາ, ບັນດາກຳລັງກອງທັບເຮືອຂອງ 10 ປະເທດ ອາຊຽນ ແລະ ຈີນ ໄດ້ສິ້ນສຸດການຊ້ອມຮົບທະຫານເຮືອຮ່ວມ ຢູ່ນອກຝັ່ງທະເທນະຄອນ ຈານແຈງ, ແຂວງ ກວາງຕຸງ ທາງພາກໃຕ້ຂອງ ຈີນ.
ອາຊຽນ, ຈີນ ສິ້ນສຸດການຊ້ອມຮົບທະຫານເຮືອຮ່ວມ - ảnh 1                           ພາບປະກອບ

ກ່ຳປັ່ນສູ້ຮົບ 8 ລຳ, ນັກສັງເກດການ 5 ຄົນ ແລະ ພົນທະຫານກ່ວາ 1.200 ຄົນທີ່ມາຈາກ 11 ປະເທດເຂົ້າຮ່ວມການຊ້ອມຮົບຄັ້ງນີ້. ການຊ້ອມຮົບໄດ້ແບ່ງເປັນ 3 ພາກ, ໃນນັ້ນ ມີບັນດາການເຄື່ອນໄຫວຢູ່ທ່າກ່ຳປັ່ນ, ໃນຝັ່ງທະເລ, ຝຶກຊ້ອມທະຫານເຮືອ ແລະ ສິ້ນສຸດການຝຶກຊ້ອມ.

       ຕາມແຜນການແລ້ວ, ການຊ້ອມຮົບທີ່ຄ້າຍຄືກັນລະຫວ່າງ ອາຊຽນ ແລະ ອາເມລິກາ ກໍ່ຈະດຳເນີນໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ