ອາ​ຊຽນ ຊຸກ​ຍູ້​ການ​ສົມ​ທົບ​ກັນ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໃນ​ອະ​ນາ​ຄົດ

(VOVWORLD) - ວັນທີ 24 ສິງຫາ, ຢູ່ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມລັດຖະມົນຕີການເງິນ ແລະ ສາທາລະນະສຸກ ອາຊຽນ ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ (AFMGM) ຄັ້ງທີ 10.
ອາ​ຊຽນ ຊຸກ​ຍູ້​ການ​ສົມ​ທົບ​ກັນ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໃນ​ອະ​ນາ​ຄົດ - ảnh 1ພະນັກງານການແພດສັກວັກຊິນຕ້ານໂລກລະບາດໂຄວິດ - 19  ໃຫ້ແກ່ປະຊາຊົນ ຢູ່ ບາງກອກ (ພາບ: THX/TTXVN)

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການ, ປະສົບການໃນການຍົກສູງປະສິດທິຜົນຂອງການສົມທົບລະຫວ່າງບັນດາອົງການການເງິນ, ສາທາລະນະສຸກຂອງພາກພື້ນໃນການຮັບມືກັບສິ່ງທ້າທາຍຕ່າງໆ ເຊິ່ງໂລກລະບາດໃນອະນາຄົດອາດຈະກໍ່ຂຶ້ນ. ກອງປະຊຸມກໍໄດ້ພິຈາລະນາກ່ຽວກັບການຄົ້ນຄວ້າທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ສະກັດກັ້ນ, ກະກຽມ ແລະ ຮັບມື ກັບໂລກລະບາດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ມີໄລຍະຫ່າງດ້ານການເງິນລະຫວ່າງບັນດາປະເທດອາຊຽນ ໃນການປະຕິບັດວຽກງານນີ້, ຮູບການລົງທຶນ ແນໃສ່ເພີ່ມທະວີກຳລັງຄວາມສາມາດແຫ່ງຊາດໃນການຮັບມືກັບໂລກລະບາດ ກໍຄື ນຳໃຊ້ກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ແລະ ໂລກລະບາດໃໝ່ ຢ່າງມີປະສິດທິຜົນ.

ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາປັບປຸງໂຄງປະກອບສາທາລະນະສຸກຢູ່ພາກພື້ນ ພາຍຫຼັງໂລກລະບາດໂຄວິດ - 19, ແນໃສ່ເພີ່ມທະວີກຳລັງຄວາມສາມາດຟື້ນຟູ, ການຮັບມືໃນປະຊາຄົມ ອາຊຽນ ໂດຍອີງໃສ່ ແຜນການຟື້ນຟູສັງລວມ ອາຊຽນ; ເຫັນດີສ້າງຕັ້ງສູນ ອາຊຽນ ຮັບມືກັບກໍລະນີການແພດສຸກເສີນ ແລະ ໂລກລະບາດປະເພດໃໝ່.

ຫວໍຢາງ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ