ອາຊຽນ ຊຸກຍູ້້ການຮ່ວມມືກັບບັນດາອົງການຈັດຕັ້ງສັງຄົມ ມຸ່ງໄປສູ່ປະຊາຄົມ

(VOVWORLD) -ວັນທີ 29 ເມສາ, ເວທີປາໄສ ຄັ້ງທີ 3 ບັນດາອົງການຈັດຕັ້ງສັງຄົມຮ່ວມສໍາພັນກັບ ອາຊຽນ ຖືກຈັດຂຶ້ນຢູ່ ສໍານັກງານຄະນະເລຂາທິການ ອາຊຽນ ຢູ່ນະຄອນຫຼວງ ຈາກາກຕາ, ອິນໂດເນເຊຍ. 
ອາຊຽນ ຊຸກຍູ້້ການຮ່ວມມືກັບບັນດາອົງການຈັດຕັ້ງສັງຄົມ ມຸ່ງໄປສູ່ປະຊາຄົມ - ảnh 1ທ່ານຮອງເລຂາທິການໃຫຍ່ອາຊຽນ  Mochtanກ່າວຄໍາເຫັນທີ່ພິທີໄຂ (ພາບ: Vietnam+)

ນີ້ແມ່ນເຫດການຖືກຈັດຂຶ້ນປະຈໍາປີ, ເພື່ອແນໃສ່ຕີລາຄາການຮ່ວມມືລະຫວ່າງຄະນະເລຂາທິການ ອາຊຽນ, ບັນດາອົງການທີ່ກ່ຽວຂ້ອງເຖິງ ອາຊຽນ ພ້ອມກັບບັນດາອົງການຈັດຕັ້ງສັງຄົມ ເພື່ອແນໃສ່ອັບເດັດບັນດາຜົນງານ ແລະ ສິ່ງທ້າທາຍຂອງ ອາຊຽນ ທີ່ກ່ຽວຂ້ອງເຖິງບັນດາມາດຕະການຮ່ວມມືຍຸດທະສາດ.

        ໂດຍກໍານົດວ່າ ບັນດາອົງການຈັດຕັ້ງສັງຄົມ ອາດຈະກາຍເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບ ປະຊາຄົມ, ຄະນະເລຂາທິການ ອາຊຽນ ໃຫ້ຄໍາໝັ້ນສັນຍາ ຈະສືບຕໍ່ສ້າງພາບພົດກ່ຽວກັບ ອາຊຽນ ມຸ່ງໄປສູ່ປະຊາຊົນ. ໃນຄວາມມານະພະຍາຍາມນີ້, ໃນໄລຍະຈະມາເຖິງ ຈະດໍາເນີນບັນດາການເຄື່ອນໄຫວ ຄື ເວທີປາໄສ ສື່ມວນຊົນ ອາຊຽນ ຄັ້ງທີ 3 ຢູ່ ບາງກອກ ໃນທ້າຍເດືອນ ກໍລະກົດ ຈະມາເຖິງ; ປະກາດ ລາງວັນ ອາຊຽນ ເພື່ອຮັບຮອງເອົາສ່ວນບຸກຄົນ ຫຼື ອົງການຈັດຕັ້ງ ດີເດ່ັນ ທີ່ມີການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນຂະບວນວິວັດແຫ່ງການກໍ່ສ້າງປະຊາຄົມ ອາຊຽນ; ຈັດຕັ້ງເວທີປາໄສບັນດາສູນຄົ້ນຄວ້າ ອາຊຽນ ແລະ ບັນດາກຸ່ມ ເພື່ອແນໃສ່ຊຸກຍູ້ການຮ່ວມມື.


ຕອບກັບ

ຂ່າວ/ບົດ​ອື່ນ