ອາຊຽນ ຊຸກຍູ້ການເຄື່ອນໄຫວໃຫ້ ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ

ອາຊຽນ ຊຸກຍູ້ການເຄື່ອນໄຫວໃຫ້ ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 1
(ພາບປະກອບ: aseanic.org)

(vovworld) – ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ກ່ຽວ​ກັບວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ (SME) ​ແລະ ​ແຫ່ງ​ບຳລຸງ​ສ້າງ​ວິ​ສາ​ຫະກິດ​ເຕັກ​​ໂນ​ໂລ​ຢີ (TBI) ສັງກັດສະມາຄົມ​ບັນດາ​ປະ​ເທດ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ​ແລະ 18/6 ຢູ່​ປະ​ເທດ ອິນ​ໂດ​ເນ​ເຊຍ. ​ເຫດການ​ດັ່ງ​ກ່າວ​ໂດຍ​ຄະນະ​ເລຂາ ອາ​ຊຽນ ​ແລະ ອິນ​ໂດ​ເນ​ເຊຍ ສົມທົບ​ກັນ​ຈັດ​ຕັ້ງ, ດ້ວຍ​ການ​ອຸປະຖຳ​ຂອງ​ກອງ​ທຶນ​ເຊື່ອມ​ໂຍງ ຍີ່​ປຸ່ນ - ອາ​ຊຽນ (JAIF). ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳມະນາ, ທ່ານ​ Wayan Dipta, ຮອງ​ລັດຖະມົນຕີ​ກະຊວງ​ບັນດາ​ວິ​ສາ​ຫະກິດ​ຂະ​ໜາດ​ກາງ ​ແລະ ນ້ອຍ ​ແລະ ສະຫະກອນ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ​ເຫດການ​ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ໂຄງການ​ຂອງ ອາ​ຊຽນ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ແຮງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາ SME ​ແລະ TBI, ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ການ​ພັດທະນາ​ບັນດາ SME ​ແລະ TBI ຢູ່​ແຕ່ລະ​ປະ​ເທດ ​ແລະ ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ບັນດາ SME ​ແລະ TBI ​​ໃນ​ພາກ​ພື້ນ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ແບ່ງປັນ​ບັນດາ​ບົດຮຽນ​ກ່ຽວ​ກັບ​ຮູບ​ແບບ TBI ຂອງ​ບັນດາ​ປະ​ເທດ​ສະມາຊິກ, ພິ​ເສດ​ແມ່ນ​ສິ່ງ​ທີ່​ ຍີ່​ປຸ່​ນໄດ້ຜັນ​ຂະ​ຫຍາ​ຍ​ໃນ​ຂົງ​ເຂດ​ພັດທະນາ SME ​ແລະ TBI. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ຂອງ​ເຄືອ​ຂ່າຍ TBI ອາ​ຊຽນໃນ​ອະນາ​ຄົດ.

 

ຂ່າວ/ບົດ​ອື່ນ