ອາຊຽນ ຊຸກຍູ້ບັນດາຄວາມມານະພະຍາຍາມປ້ອງກັນ, ຕ້ານການຄ້າມະນຸດ

(VOVWORLD) - ການນຳອາຊຽນ ທຸກທ່ານລ້ວນແຕ່ສົນໃຈເຖິງບັນຫານີ້, ໃນສະພາບການບັນດາຄະດີຄ້າມະນຸດເກີດຂຶ້ນນັບມື້ນັບຫຼາຍຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້...
ອາຊຽນ ຊຸກຍູ້ບັນດາຄວາມມານະພະຍາຍາມປ້ອງກັນ, ຕ້ານການຄ້າມະນຸດ - ảnh 1ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ຈັດຂຶ້ນໃນລະຫວ່າງວັນທີ 9 – 11 ພຶດສະພາ
(ພາບ: ກະຊວງການຕ່າງປະເທດ Indonesia)

ອາດຊະຍາກຳຄ້າມະນຸດ ແມ່ນໜຶ່ງໃນບັນດາບັນຫາທີ່ ອິນໂດເນເຊຍ ຈະຍົກອອມາປຶກສາຫາລືທີ່ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ຈັດຂຶ້ນໃນລະຫວ່າງວັນທີ 9 – 11 ພຶດສະພາ ຈະມາເຖິງ, ຢູ່ເຂດຕາດອາກາດ Labuan Bajo, ຂຶ້ນກັບແຂວງ Nusa Tenggara ຕາເວັນອອກຂອງປະເທດນີ້. ວັນທີ 1 ພຶດສະພາ, ທ່ານ Teuku Faizasyah, ໂຄສົກກະຊວງການຕ່າງປະເທດຂອງອິນໂດເນເຊຍ ໃຫ້ຮູ້ວ່າ: ການນຳອາຊຽນ ທຸກທ່ານລ້ວນແຕ່ສົນໃຈເຖິງບັນຫານີ້, ໃນສະພາບການບັນດາຄະດີຄ້າມະນຸດເກີດຂຶ້ນນັບມື້ນັບຫຼາຍຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍຮູບແບບຫຼອກລວງໂດຍນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ. ຄາດວ່າ, ບັນດາການນຳ ອາຊຽນ ກໍ່ຈະຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຕ້ານອາດຊະຍາກຳຄ້າມະນຸດ ໂດຍສວຍໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານກໍ່ຂຶ້ນ. ທ່ານ Faizasyah ຕີລາຄາອາດຊະຍາກຳຄ້າມະນຸດພວມນັບມື້ນັບສັບສົນຢູ່ ອິນໂດເນເຊຍ. ດັ່ງນັ້ນ, ບັນດາຄວາມມານະພະຍາຍາມຄຸ້ມຄອງໃນຂອບເຂດພາກພື້ນແມ່ນຈຳເປັນທີ່ສຸດ, ຈາກໄລຍະຄົ້ນພົບ, ສະກັດກັ້ນ, ປົກປ້ອງ, ສົ່ງກັບເມືອປະເທດ ຕະຫຼອດຮອດການແກ້ໄຂເຖິງກົກເຖິງຮາກຂອງບັນຫາ.

ຕອບກັບ

ຂ່າວ/ບົດ​ອື່ນ