ອາຊຽນ ຊົມເຊີຍ “ນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່” ຂອງ ສ.ເກົາຫຼີ

(VOVWORLD) - ວັນທີ 12 ກັນຍາ, ທີ່ນະຄອນຫລວງ ເຊີອູນ, ສ.ເກົາຫຼີ ໄດ້ດຳເນີນການພົບປະຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ - ສ.ເກົາຫຼີ.

ກ່າວຄຳເຫັນນະທີ່ນີ້, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ.ເກົາຫຼີ ເນັ້ນໜັກວ່າ: ອາຊຽນ ແມ່ນບຸລິມະສິດແຖວໜ້າໃນ “ນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່” ຂອງ ສ.ເກົາຫຼີ, ດັ່ງນັ້ນ, ສ.ເກົາຫຼີ ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບ ອາຊຽນ ໃນນະໂຍບາຍນີ້.

        ຕາມນະໂຍບາຍນີ້, ສ.ເກົາຫຼີ ຮ່ວມມືບົນພື້ນຖານເຄົາລົບຫຼັກການເຫັນດີເຫັນພ້ອມ ແລະ ບົດບາດເປັນໃຈກາງຂອງ ອາຊຽນ. 2 ຝ່າຍເປີດກ້ວາງການຮ່ວມມືຂັ້ນສູງບົນພື້ນຖານຜົນປະໂຫຍດຮ່ວມ, ພ້ອມກັນຮັບມືຕໍ່ບັນດາສິ່ງທ້າທາຍອາດຊະຍາກຳແບບເກົ່າ ແລະ ແບບໃໝ່. ສ.ເກົາຫຼີ ກໍ່ປາດຖະໜາຢາກສ້າງຕັ້ງບັນດາກົນໄກ ແນໃສ່ເພີ່ມທະວີການຮ່ວມມືກັບແຕ່ລະສະມາຊິກ ອາຊຽນ. ພ້ອມກັນນັ້ນ, ສ.ເກົາຫຼີ ກໍ່ຫວັງວ່າ ຈະຮ່ວມມືກັບ ອາຊຽນ ໃຫ້ເລິກເຊິ່ງກ່ວາ ໃນຂອບເຂດບັນດາກຸ່ມປະຕິບັດງານຂອງກົນໄກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກ້ວາງ (ADMM+) ກ່ຽວກັບບັນດາຂົງເຂດຄວາມໝັ້ນຄົງໃນການເດີນທະເລ, ຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງທາງອິນເຕີແນັດ, ເສນາຮັກ…

        ສ່ວນຜູ້ຕາງໜ້າບັນດາປະເທດ ອາຊຽນ ລ້ວນແຕ່ຊົມເຊີຍ ແລະ ຕີລາຄາສູງ “ນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່” ຂອງ ສ.ເກົາຫຼີ; ສະແດງໃຫ້ເຫັນຄວາມປາດຖະໜາຢາກໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ຈະນັບມື້ນັບມີປະສິດທິຜົນ, ແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ ແລະ ສະຖຽນລະພາບຢູ່ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ