ອາຊຽນ ຍັງບໍ່ທັນບຸລິມະສິດສ້າງສະກຸນເງິນລວມຂອງພາກພື້ນ

(VOVWORLD) - ປະຈຸບັນ, ການຟື້ນຟູຫຼັງໂຄວິດ -19 ແມ່ນບຸລິມະສິດຂອງ ອາຊຽນ. ນອກຈາກນັ້ນ, ຍັງມີບາງໂຄງການດຳເນີນງານບຸລິມະສິດອື່ນອີກ
ອາຊຽນ ຍັງບໍ່ທັນບຸລິມະສິດສ້າງສະກຸນເງິນລວມຂອງພາກພື້ນ - ảnh 1ທ່ານ Kao Him Hourn, ເລຂາທິການໃຫຍ່ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້
(ພາບ: Đào Trang/TTXVN)

ວັນທີ 13 ມີນາ, ທ່ານ Kao Him Hourn, ເລຂາທິການໃຫຍ່ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃຫ້ຮູ້ວ່າ: ການສ້າງສະກຸນເງິນລວມບໍ່ແມ່ນບຸລິມະສິດໃນໄລຍະເວລານີ້, ໃນສະພາບບັນດາອົງການຈັດຕັ້ງພາກພື້ນນີ້ພວມມີຫຼາຍໂຄງການດຳເນີນງານອື່ນທີ່ຢາກປະຕິບັດ. ໃນບົດປາໄສແບບທາງໄກຢູ່ມະຫາວິທະຍາໄລຢູ່ເຂດຊານນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານ Kao ໃຫ້ຮູ້ວ່າ: ປະຈຸບັນ, ການຟື້ນຟູຫຼັງໂຄວິດ -19 ແມ່ນບຸລິມະສິດຂອງ ອາຊຽນ. ນອກຈາກນັ້ນ, ຍັງມີບາງໂຄງການດຳເນີນງານບຸລິມະສິດອື່ນອີກ, ຄື: ການເຊື່ອມຕໍ່ ອາຊຽນ, ຊຸກຍູ້ພື້ນຖານເສດຖະກິດສີຂຽວ ແລະ ເພີ່ມທະວີການຄ້າລະຫວ່າງບັນດາປະເທດ ອາຊຽນ.

        ແທນທີ່ການສ້າງສະກຸນເງິນລວມ, ອິນໂດເນເຊຍ - ດ້ວຍຖານະເປັນປະທານໜູນວຽນ ອາຊຽນ ໃນປີນີ້, ໄດ້ສະເໜີການພັດທະນາການເຊື່ອມຕໍ່ການຊຳລະພາກພື້ນ ເພື່ອແນໃສ່ຊຸກຍູ້ການຊຳລະຂ້າມຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ