ອາ​ຊຽນ, ຍີ່​ປຸ່ນ ມຸ່ງ​ໄປ​ເຖິງ “ວິ​ໄສ​ທັດໃໝ່​” ໃນ​ການ​ຮ່ວມ​ມື

(VOVWORLD) - ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ປະເທດນີ້ ແລະ ອາຊຽນ ຈະຍົກອອກ ວິໄສທັດໃໝ່ ກ່ຽວກັບການຮ່ວມມືໃນຫຼາຍຂົງເຂດ ໃນຖະແຫຼງການຮ່ວມ ເຊິ່ງຄາດວ່າຈະປະກາດພາຍຫລັງກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ
ອາ​ຊຽນ, ຍີ່​ປຸ່ນ ມຸ່ງ​ໄປ​ເຖິງ “ວິ​ໄສ​ທັດໃໝ່​” ໃນ​ການ​ຮ່ວມ​ມື - ảnh 1

ວັນທີ 11  ທັນວາ, ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ປະເທດນີ້ ແລະ ອາຊຽນ ຈະຍົກອອກ ວິໄສທັດໃໝ່ ກ່ຽວກັບການຮ່ວມມືໃນຫຼາຍຂົງເຂດ ໃນຖະແຫຼງການຮ່ວມ ເຊິ່ງຄາດວ່າຈະປະກາດພາຍຫລັງກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ (1973-2023), ທີ່ຈະດຳເນີນຢູ່ ໂຕກຽວ ໃນທ້າຍອາທິດນີ້. ຕາມທ່ານ Hirokazu Matsuno ຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ ແລ້ວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຈະເປັນປະທານຮ່ວມກອງປະຊຸມທີ່ຈະດຳເນີນໃນວັນທີ 17 ທັນວາ. ຢູ່ນອກກອງປະຊຸມ, ທ່ານນາຍົກລັດຖະມົນຕີ Fumio Kishida ກໍ່ຈະດຳເນີນການພົບປະເຈລະຈາສອງຝ່າຍ ກັບການນຳແຕ່ລະປະເທດ.

ທ່ານ Hirokazu Matsuno ກໍ່ໃຫ້ຮູ້ວ່າ ບັນດາການນຳກໍ່ ຈະພ້ອມກັນເຂົ້າຮ່ວມກອງປະຊຸມຂັ້ນສູງຕ່າງໆໃນວັນທີ 18 ທັນວາ, ໃນຂອບເຂດ ປະຊາຄົມອາຊີ ຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 (Asia Zero Emission Community) ໂດຍລັດຖະບານ ຍີ່ປຸ່ນ ເລີ່ມຕົ້ນເພື່ອແນໃສ່ຊຸກຍູ້ການບຳບັດທາດກາກບອນຢູ່ທະວີບ ທີ່ພວມມີການພັດທະນາຢ່າງວ່ອງໄວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ