ອາ​ຊຽນ, ຍີ່​ປຸ່ນ ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ

(VOVWORLD) -ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດພາກພື້ນ ໃນບັນດາຂົງເຂດການຄ້າ ແລະ ການລົງທຶນ, ເສດຖະກິດດີຈີຕອນ, ພັດທະນາ ແບບຍືນຍົງ, ເຊື່ອມຕໍ່, ຄວບຄຸມໄພທຳມະຊາດ

ຢູ່ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 38 ໄດ້ດຳເນີນຢູ່ ໂຕກຽວໃນວັນທີ 28 ມີນາ, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ເພີ່ມທະວີການຮ່ວມມືໃຫ້ຫຼາຍກ່ວາອີກ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນໂອ້ລົມສົນທະນາໃນປີນີ້. ໂດຍສະໜັບສະໜູນກອບຟື້ນຟູອາຊຽນ ຢ່າງຮອບດ້ານ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດພາກພື້ນ ໃນບັນດາຂົງເຂດການຄ້າ ແລະ ການລົງທຶນ, ເສດຖະກິດດີຈີຕອນ, ພັດທະນາ ແບບຍືນຍົງ, ເຊື່ອມຕໍ່, ຄວບຄຸມໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ສຸຂະພາບ ແລະ ການພົບປະແລກປ່ຽນປະຊາຊົນ.

ອາຊຽນສະແດງຄວາມຊົມເຊີຍການສະໜັບສະໜູນຂອງ ຍີ່ປຸ່ນ ຕໍ່ວິໄສທັດ ອາຊຽນ ແລະ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP), ຮັບຮູ້ຈຸດທີ່ຄ້າຍຄືກັນກັບຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງຂອງຍີ່ປຸ່ນ, ດ້ວຍເລື່ອງຍີ່ປຸ່ນ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືດ້ວຍວິທີການຜັນຂະຫຍາຍບັນດາໂຄງການໃນຂົງເຂດຫຼັກຂອງ AOIP.

ຕອບກັບ

ຂ່າວ/ບົດ​ອື່ນ