ອາຊຽນ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ

ອາຊຽນ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ - ảnh 1
ພາບປະກອບ

(vovworld) - ​​ອາ​ຊຽນ ​ແລະ ຍີ່ປຸ່ນ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ຈະສຸມ​ໃສ່​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ບຸລິ​ມະ​ສິດ​ຄື: ຕ້ານ​ອາວຸດ​​ເຄມີ, ຊີວະ​ສາດ, ກຳ​ມັນ​ຕະພາບ​ລັງສີ, ນິວ​ເຄຼຍ ​ແລະ ກໍ່​ການ​ຮ້າຍ​ທາງ​ເຄືອ​ຂ່າຍ ອີນ​ເຕີ​ເນັດ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ຂອງ 2 ຝ່າຍ​ໃນ​ບັ້ນ​ຮົບ​ຕ້ານ ກໍ່​ການ​ຮ້າຍ. ​ແຈ້ງ​ການ​ອອກ​ວັນ​ທີ 31/7 ຂອງ​ຄະນະ​ເລຂາ​ອາ​ຊຽນ​ໃຫ້​ຮູ້​ວ່າ: ຂໍ​້ຕົກລົງ​ດັ່ງກ່າວ​ບັນ​ລຸ​ໄດ້​ທີ່​ການ​ໂອ້​ລົມ​ສົນທະນາ​ຕ້ານ​ກໍ່​ການ​ຮ້າຍ ​ອາ​ຊຽນ - ຍີ່ປຸ່ນ​ຄັ້ງ​ທີ 7 (ຫຼື​ເອີ້ນ​ວ່າ ການ​ໂອ້​ລົມ​ສົນທະນາ AJCT – 7) ຖືກ​ຈັດ​ຂຶ້ນ​ຢູ່ Cebu ປະ​ເທດ ຟີ​ລິບ​ປິນ ​ໃນ​ລະຫວ່າງ​ວັນ​ທີ 24 – 26/7. ການ​ໂອ້​ລົມ​ສົນທະນາ AJCT – 7 ຍັງ​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ໃຫ້​ແກ່​ບັນດາ​ຂົງ​ເຂດ​ບຸລິມະສິດ​ອື່ນໆ ​ເຊິ່ງລວມມີ: ຄວາມ​ປອດ​ໄພ​​ໃນ​ການ​ຂົນ​ສົ່ງ, ຄວບ​ຄຸມ​ຊາຍ​ແດນ, ປະຕິບັດ​ກົດໝາຍ​.​.​​. ການ​ໂອ້​ລົມ​ສົນທະນາ AJCT – 7 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ຍີ່ປຸ່ນ ປຶກສາ​ຫາ​ລື, ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໂອ້​ລົມ​ສົນທະນາ AJCT ​ໄລຍະ I (2006 - 2011) ​ແລະ ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ, ພ້ອມ​ທັງ​ເປັນ​ຂີດ​ໝາຍ​ເລີ່​​ມຕົ້ນ​ໄລຍະ II (2012 - 2015) ຂອງ ການ​ໂອ້​ລົມ​ສົນທະນາ AJCT.

 

ຂ່າວ/ບົດ​ອື່ນ