ອາຊຽນ ຕີລາຄາການປະຕິບັດແຜນການການເຊື່ອມໂຍງໄລຍະກາງອາຍຸການ

ອາຊຽນ ຕີລາຄາການປະຕິບັດແຜນການການເຊື່ອມໂຍງໄລຍະກາງອາຍຸການ - ảnh 1
ພາບປະກອບ

(vovworld) - ກຸ່ມ​​ເຮັດ​ວຽກສະຫະສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (Asean) ກ່ຽວກັບ “ ຂໍ້​ລິ​ເລີ່​ມ​ໃນ​ການ​ເຊື່ອມ​ຕໍ່ ອາຊຽນ ​ໄລຍະ​ທີ 2” (IAI) ຫາ​ກໍ່ດໍາ​ເນີນ​ກອງ​ປະ​ຊູ​ມຕີ​ລາຄາການ​ປະຕິບັດ​ແຜນການ​ການ​ເຊື່ອມ​ໂຍງ​​ເຂົ້າພາກພື້ນຂອງ​ກຸ່ມ. ກ​ອງປະ​ຊູ​ມ​ໄດ້​ຮັບ​ຟັງ​ລາຍ​ງານ, ປຶກສາ​ຫາລື, ພິຈາລະນາ ​ແລະ ຕີ​ລາຄາບົດ​ລາຍ​ງານ​ກ່ຽວກັບມາດ​ຕະການ​ດຳ​ເນີນ ​ແລະ ໝາກຜົນ IAI ​ໂດຍ​ບັນດາ​ນັກ​ຊ່ຽວຊານ​ສະ​ຖາ​ບັນ​ແມ່ນ້ຳຂອງ ປະຕິບັດ​ດ້ວຍການໜູນຊ່ວຍ​ຂອງ ອົດສຕາ​ລີ​ ຜ່ານ​ໂຄງການຮ່ວມ​ມື​ພັດທະນາ ອາຊຽນ - ອົດສຕາ​ລີ​ (AADCP II); ​ແບ່ງປັນ​ທັດສະນະ​ກ່ຽວກັບ​ບັນດາ​ສິ່ງ​ທ້າ​ທາຍ​​ໃນການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ສະມາ​ຊິກ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ CLMV ( ກຳປູ​ເຈຍ - ລາວ - ມຽນມາ - ຫວຽດນາມ). ກອງ​ປະ​ຊູ​ມກໍ່​ແລກປ່ຽນບັນດາ​ມາດຕະ​ການ​ເພີ່ມ​ທະວີ​ສົມທົບ​ກັນ​ລະ​ຫວ່າງ​ກຸ່ມ​ເຮັດ​ວຽກຕ່າງໆຂອງ ອາຊຽນ, ​ເພື່ອ​ຍົກ​ສູງປະສິດທິ​ຜົນ​ການ​ເຊື່ອມ​ໂຍງ ​ແລະ ​ເພີ່ມ​ທະວີ​ການ​ຕິດ​ຕາມ​ກວດກາ​ບັນດາ​ຂໍ້​ລິ​ເລີ່​ມທີ່​ກ່ຽວຂ້ອງ​ກໍ່​ຄື​ບັນດາ​ໂຄງການ​ໃນ​ພາກພື້ນ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມືຄູ່​ເຈລະຈາ ແລະ​ ບັນດາ​ອົງການ​ສາກົນ.

  ​ໃນ​​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ເປົ້າໝາຍ​ເຊື່ອມ​ໂຍງ​ຂອງ​ກຸ່ມ, ບັນດາ​ຜູ້ນຳ ອາຊຽນ ຢູ່​ກອງ​ປະ​ຊູ​ມຂັ້ນສູງ ອາຊຽນ 22 ປີ 2013 ​ໄດ້​ຮັບຮອງ​ເອົາ​ແຜນການ​ຕີ​ລາຄາ​ໄລຍະ​ກາງ​ສະ​ໄໝ IAI, ​ເຊິ່ງຄາດ​ວ່າ​ຈະ​ສຳ​ເລັດ​​ໃນ​ເດືອນ 4 ຈະ​ມາ​ເຖີງ, ​ເພື່ອ​ລາຍ​ງານ​ຕໍ່​ບັນດາ​ຜູ້ນຳ ອາຊຽນ ຢູ່ກອງ​ປະ​ຊູ​ມຂັ້ນສູງ ອາຊຽນ 24 ທີ່ Yangon ( ມຽນມາ) ​ໃນ​ເດືອນ 5/2014.

 

ຂ່າວ/ບົດ​ອື່ນ