ອາຊຽນ - ນອກແວ ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ

(VOVWORLD) -  ກອງປະຊຸມຄັ້ງທີ 4 ຄະນະກໍາມະການຮ່ວມມືຮ່ວມຕາມຂົງເຂດ ລະຫວ່າງ ອາຊຽນ - ນອກແວ (ANJSCC) ຖືດດໍາເນີນໃນວັນທີ 6 ພຶດສະພາ ຢູ່ສໍານັກງານ ຄະນະເລຂາ ອາຊຽນ ທີ່ນະຄອນຫຼວງ ຈາກາກຕາ ຂອງ ອິນໂດເນເຊຍ. 
ອາຊຽນ - ນອກແວ ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 4 ຄະນະກໍາມະການຮ່ວມມືຮ່ວມຕາມຂົງເຂດ ລະຫວ່າງ ອາຊຽນ - ນອກແວ 

  ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ ອາຊຽນ ແລະ ນອກແວ ໄດ້ແລກປ່ຽນກ່ຽວກັບສະພາບການຂອງບັນດາຝ່າຍ, ສໍາຫຼວດກວດຄືນການຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືເຈລະຈາ ຕາມຂົງເຂດ ລະຫວ່າງ ອາຊຽນ - ນອກແວ ໃນໄລຍະຜ່ານມາ, ພິເສດ ແມ່ນສະພາບການຜັນຂະຫຍາຍ ແຜນການໃຫ້ບຸລິມະສິດຄູ່ຮ່ວມມືເຈລະຈາຕາມຂົງເຂດ ລະຫວ່າງ ອາຊຽນ - ນອກແວ. ນອກແວ ຢັ້ງຢືນວ່າ ຖືເປັນສໍາຄັນການຮ່ວມມືກັບ ອາຊຽນ, ພ້ອມກັນນັ້ນ ສືບຕໍ່ໜູນຊ່ວຍ ອາຊຽນ ກໍ່ສ້າງປະຊາຄົມ ອາຊຽນ ແລະ ປະຕິບັດ ວິໄສທັດ ອາຊຽນ ຮອດປີ 2025, ຮັດແຄບຄວາມແຕກໂຕນກັນໃນການພັດທະນາ ແລະ ຜັນຂະຫຍາຍຂໍ້ລິເລີ່ມ ເຊື່ອມໂຍງ ອາຊຽນ (IAI), ຊຸກຍູ້ການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ. ອາຊຽນ ຕີລາຄາສູງການພົວພັນຮ່ວມມືສອງຝ່າຍ, ເນັ້ນເຖິງເລື່ອງເພີ່ມທະວີການຮ່ວມມືກັບ ນອກແວ ໃນບັນດາຂົງເຂດຄື ການຄ້າ ແລະ ພັດທະນາບັນດາວິສາຫະກິດຂະໜາດໜ້ອຍທີ່ສຸດ, ຂະໜາດໜ້ອຍ ແລະ ຂະໜາດກາງ; ເຊື່ອມຕໍ່, ຜັນຂະຫຍາຍ ຂໍ້ລິເລີ່ມ ຕາໜ່າງນະຄອນອັດສະລິຍະ ອາຊຽນ; ຄວາມປອດໄພທາງດ້ານພະລັງງານ ແລະ ພະລັງງານທົດແທນ; ປົກປັກຮັກສາສິ່ງແວດລ້ອມ.


ຕອບກັບ

ຂ່າວ/ບົດ​ອື່ນ