ອາ​ຊຽນ ນຳ​ເອົາ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າໃນ​ວິ​ວັດ​ການ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຢູ່ ອາ​ຊີ​ໃຕ້

(VOVWORLD) -ທ່ານ ຮ່ວາງວັນເລີ້ຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້  ໃຫ້ຮູ້ວ່າ: ໂດຍແມ່ນປະຊາຄົມເປີດ ແລະ ຄູ່ຮ່ວມມືເພື່ອສັນຕິພາບ, ພັດທະນາແບບຍືນຍົງຂອງປະຊາຄົມສາກົນ, ອາຊຽນ ໄດ້ມີຄວາມມານະພະຍາຍາມເປີດກ້ວາງຢ່າງບໍ່ຢຸດຢັ້ງ.
ອາ​ຊຽນ ນຳ​ເອົາ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າໃນ​ວິ​ວັດ​ການ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຢູ່ ອາ​ຊີ​ໃຕ້ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມຜ່ານທາງອອນລາຍ“ບັນດາຄູ່ຮ່ວມມືໃນການເຊື່ອມໂຍງເສດຖະກິດ ແລະ ອີງໃສ່ຊຶ່ງກັນແລະກັນໃນພາກພື້ນ ອາຊີ-ປາຊີຟິກ” ໂດຍໜັງສືພິມ “The Diplomatic Society” (ອາຟະລິກາໃຕ້) ຈັດຕັ້ງ, ທ່ານ ຮ່ວາງວັນເລີ້ຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້  ໃຫ້ຮູ້ວ່າ: ໂດຍແມ່ນປະຊາຄົມເປີດ ແລະ ຄູ່ຮ່ວມມືເພື່ອສັນຕິພາບ, ພັດທະນາແບບຍືນຍົງຂອງປະຊາຄົມສາກົນ, ອາຊຽນ ໄດ້ມີຄວາມມານະພະຍາຍາມເປີດກ້ວາງຢ່າງບໍ່ຢຸດຢັ້ງ ແລະ ເຮັດໃຫ້ການພົວພັນຮ່ວມມືສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາຄູ່ຮ່ວມເລິກເຊິ່ງກວ່າອີກ, ລວມມີທັງບັນດາປະເທດມະຫາອຳນາດພາຍໃນ ແລະ ພາຍນອກພາກພື້ນ. ອາຊຽນ ໄດ້ຮັກສາລັດທິຫຼາຍຝ່າຍ, ການຄ້າ, ການຫັນເປັນເສລີ ແລະ ປະກອນສ່ວນສ້າງບັນດາກົນໄກທີ່ແກ່ນສານຂອງສະຖາປັດຕະຍະກຳເສດຖະກິດ ແລະ ຄວາມໝັ້ນຄົງຢູ່ເຂດ ອາຊີ-ປາຊີຟິກ. ຜົນສຳເລັດຂອງ ອາຊຽນ ໄດ້ນຳມາໃຫ້ ອາຊີໃຕ້ມຸ່ງໄປເຖິງການຕິດພັນບັນດາບົດຮຽນ ແລະ ປະສົບການອັນລ້ຳຄ່າ. ທີໜຶ່ງ, ເຫັນດີເປັນເອກະພາບໃນຫຼາຍຮູບຫຼາຍແບບແມ່ນໜຶ່ງໃນບັນດາຫຼັກການເຄື່ອນໄຫວພື້ນຖານ. ທີສອງ, ຈຸດສຸມຂອງການເຊື່ອມຕໍ່ ແລະ ຮ່ວມສຳພັນແມ່ນ ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ. ທີສາມ, ສັນຕິພາບ, ສະຖຽນລະພາບ, ສາມັກຄີ, ເອກະພາບ, ວັດທະນາຖາວອນ ແລະ ຍືນຍົງເພື່ອຜົນປະໂຫຍດຂອງແຕ່ລະສະມາຊິກກໍ່ຄືຂອງທົ່ວພາກພື້ນ. ທີສີ່, ສະຫະສະມາຄົມຕ້ອງສວມບົດບາດເປັນໃຈກາງໃນບໍ່ວ່າເວທີປາໄສສາກົນ ຫຼື ໂຄງການດຳເນີນງານໃດທີ່ກ່ຽວຂ້ອງເຖິງພາກພື້ນ, ພິເສດແມ່ນກ່ຽວກັບທຸກບັນຫາພັດທະນາ ແລະ ຄວາມສະຫງົບ. ການຮ່ວມມື ແລະ ການເຈລະຈາພາຍໃນພາກພື້ນ ຫຼື ບັນດາປະເທດນອກພາກພື້ນຕ້ອງອີງໃສ່ຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ກົດໝາຍ ແລະ  ຄວາມເປັນລະບຽບຮຽບຮ້ອຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ