ອາຊຽນ ບໍທັນຮອດໄລຍະ ນຳໃຊ້ສະກຸນເງິນລວມ

ອາຊຽນ ບໍທັນຮອດໄລຍະ      ນຳໃຊ້ສະກຸນເງິນລວມ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີ​ການ​ເງິນ ອາຊີ - ​ເອີ​ລົບ ຄັ້ງ​ທີ 10
ພາບ:baohaiquan.vn

(vovworld) - ທ່ານ ກິດ​ຕິຣັດ ນະຣານອງ ຮອງນາຍົກຯ ທັງເປັນລັດຖະມົນຕີກະຊວງການເງິນໄທ ໃຫ້ຮູ້ວ່າ: ບັນດາປະເທດ ອາຊຽນ ບໍ່ຄວນນຳໃຊ້ສະກຸນເງິນລວມ ເພື່ອຮັກສາຄວາມ ສາມາດ​ຮັບ​ມື​ຢ່າງ​ມີ​ໄຫວ​ພິບ​ກັບ​ສະພາ​ບເສດຖະກິດ​ໂລກ​ບໍ່​ເປັນ​ປົກກະຕິ. ຄຳ​ເຫັນ​ດັ່ງກ່າວ​​ໂດຍ​​ແມ່ນ​ທ່ານກິດ​ຕິຣັດ ນະຣານອງ ຍົກ​ອອກ​ເມື່ອ​ຕອບ​ສຳພາດ​ຕໍ່​ຂອງ​ນັກ​ຂ່າວ​ຢູ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ ອາຊີ - ​ເອີ​ລົບ ຄັ້ງ​ທີ 10 ຊຶ່ງຈັດ​ຂຶ້ນ ຢູ່ ບາງກອກ​ປະ​ເທດ​ໄທ. ທ່ານ ກິດ​ຕິຣັດ ນະຣານອງ ໃຫ້​ຮູ້​ວ່າ: ທ່ານ​ໄດ້​ພິຈາລະນາ​ບັນດາ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ນຳ​ໃຊ້​ສະກຸນ​ເງິນ​ລວມລະຫວ່າງ​ບັນດາ​ປະ​ເທດສະມາຊິກ ອາ​ຊຽນ ​ແລະ ​ເຫັນ​ວ່າ ປະຈຸ​ບັນ ບໍ່​ທັນ​ຮອດ​ເວລາ​ເທື່ອ. ຕາມ​ທ່ານ ກິດ​ຕິຣັດ ນະຣານອງ ບົດຮຽນ​ຖອດ​ຖອນ​ມາ​ໄດ້​ຈາກ​ວິ​ກິດ​ການ​ເສດຖະກິດ​ປີ 1997 ​ໄດ້​ເຮັດ​​ໃຫ້​ຫລາຍ​ປະ​ເທດ​ຢູ່ ອາຊີ ​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ​ສະກຸນ​ເງິນ​ພາຍ​ໃນ​ປະ​ເທດ​ໃນ​ການ​ຮັກສາ​ຄວາມ​ເປັນ​ປົກກະຕິ​ດ້ານ​ເສດຖະກິດ ​ແລະ ການ​ເງິນ.

 

 

 

 

 

ຂ່າວ/ບົດ​ອື່ນ