ອາຊຽນ ປຶກສາຫາລືກ່ຽວກັບວິໄສທັດປະຊາຄົມ ພາຍຫຼັງປີ 2025

(VOVWORLD) -ວາລະປະຊຸມຄັ້ງທຳອິດຢູ່ສຳນັກງານຄະນະເລຂາ ອາຊຽນ, ປຶກສາຫາລືກ່ຽວກັບແຜນການປະຕິບັດງານປີ 2022, ຂັ້ນຕອນດຳເນີນງານ (RoP) ຂອງກຸ່ມຮັບຜິດຊອບພິເສດຂັ້ນສູງ ແລະ ເນື້ອໃນຫຼັກແຫຼ່ງຂອງວິໄສທັດ.

ໃນລະຫວ່າງວັນທີ 31 ມີນາ ແລະ 01 ເມສາ, ຢູ່ຈາກາຕາ, ປະເທດ ອິນໂດເນເຊຍ, ກຸ່ມຮັບຜິດຊອບພິເສດຂັ້ນສູງ (HLTF) ກ່ຽວກັບວິໄສທັດປະຊາຄົມ ອາຊຽນ ພາຍຫຼັງປີ 2025 ໄດ້ຈັດວາລະປະຊຸມຄັ້ງທຳອິດຢູ່ສຳນັກງານຄະນະເລຂາ ອາຊຽນ, ປຶກສາຫາລືກ່ຽວກັບແຜນການປະຕິບັດງານປີ 2022, ຂັ້ນຕອນດຳເນີນງານ (RoP) ຂອງກຸ່ມຮັບຜິດຊອບພິເສດຂັ້ນສູງ ແລະ ເນື້ອໃນຫຼັກແຫຼ່ງຂອງວິໄສທັດ. ກ່າວຄຳເຫັນຢູ່ທີ່ນີ້, ຜູ້ຕາງໜ້າ ກຳປູເຈຍ, ປະທານ ອາຊຽນ ໄດ້ເນັ້ນໜັກເລື່ອງແກ້ໄຂບັນດາໄພນາບຂູ່ທີ່ທັງແບບເກົ່າ ແລະ ແບບໃໝ່ ຮຽກຮ້ອງໃຫ້ ອາຊຽນ ຕ້ອງມີການກະທຳ ແລະ ມີປະຕິກິລິຍາລວມ, ພິເສດແມ່ນເມື່ອບັນດາທ່າອ່ຽງໃຫຍ່, ພາບພູມສາດການເມືອງ ແລະ ເສດຖະກິດພວມມີການປ່ຽນແປງຢ່າງໄວວາ. ທຸກປະເທດສະມາຊິກ ອາຊຽນ ລ້ວນແຕ່ “ຢາກມີການປ່ຽນແປງຢ່າງແຮງ ຍາດແຍ່ງກາລະໂອກາດ ແລະ ແກ້ໄຂບັນດາສິ່ງທ້າທາຍດ້ວຍການຮ່ວມມື, ສອດຄ່ອງ ແລະ ມີລັກສະນະສ້າງສັນທີ່ສຸດເທົ່າທີ່ຈະເຮັດໄດ້”.

        ທີ່ກອງປະຊຸມ, HLTF ໄດ້ຮັບຮອງເອົາ RoP ແລະ ແຜນການປະຕິບັດງານປີ 2022. HLTF ກໍ່ມີການພົບປະກັບຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (CPR).

ຕອບກັບ

ຂ່າວ/ບົດ​ອື່ນ