ອາ​ຊຽນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

(VOVWORLD) - ທ່ານ Arief Prasetyo Adi ຜູ້ນຳອົງການສະບຽງອາຫານແຫ່ງຊາດ ອິນໂດເນເຊຍ (NFA) ໃຫ້ຮູ້ວ່າ ອິນໂດເນເຊຍ ແລະ ບັນດາປະເທດ ອາຊຽນ ຕ້ອງມີການກະທຳຢ່າງລະອຽດເພື່ອແກ້ໄຂຄວາມສ່ຽງດ້ານວິກິດການດ້ານສະບຽງອາຫານທົ່ວໂລກ
ອາ​ຊຽນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: Antara)

ທຸກປະເທດສະມາຊິກ ອາຊຽນ ຕ້ອງຮ່ວມແຮງຮ່ວມໃຈສະກັດກັ້ນບັນດາຄວາມສ່ຽງຂາດແຄນສະບຽງອາຫານ ແລະ ຄວາມທຸກຍາກເພີ່ມຂຶ້ນໃນພາກພື້ນ ຍ້ອນສິ່ງທ້າທາຍນັບມື້ນັບເພີ່ມຂຶ້ນ. ນີ້ແມ່ນຄຳຢັ້ງຢືນຂອງຜູ້ແທນບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມຄະນະກຳມະການສຳຮອງະບຽງອາຫານອາຊຽນ(AFSRB) ພວມດຳເນີນຢູ່ ຕາເວັນອອກ Java (ອິນໂດເນເຊຍ).

ໃນກອງປະຊຸມທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7 – 8 ມິຖຸນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາທີ່ກ່ຽວຂ້ອງເຖິງສະບຽງອາຫານ, ລວມມີວິກິດການດ້ານສະບຽງອາຫານ, El Nino ແລະ ວິທີການກະກຽມສຳຮອງສະບຽງອາຫານທີ່ເໝາະສົມຢູ່ບັນດາປະເທດ ອາຊຽນ. ທ່ານ Arief Prasetyo Adi ຜູ້ນຳອົງການສະບຽງອາຫານແຫ່ງຊາດ ອິນໂດເນເຊຍ (NFA) ໃຫ້ຮູ້ວ່າ ອິນໂດເນເຊຍ ແລະ ບັນດາປະເທດ ອາຊຽນ ຕ້ອງມີການກະທຳຢ່າງລະອຽດເພື່ອແກ້ໄຂຄວາມສ່ຽງດ້ານວິກິດການດ້ານສະບຽງອາຫານທົ່ວໂລກ, ລວມມີບັນດາຄວາມສ່ຽງ ທີ່ບໍ່ເຄີຍມີມາກ່ອນຕໍ່ລະບົບສະບຽງອາຫານ. ຕາມນັ້ນແລ້ວ, ບັນດາປະເທດຕ້ອງຮັບປະກັນຄວາມໝັ້ນຄົງຂອງແຫຼ່ງສະບຽງອາຫານທີ່ມີຢູ່ແລ້ວ, ຄວາມສາມາດໃນການເຂົ້າເຖິງ ແລະ ນຳໃຊ້ສະບຽງອາຫານໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ