ອາ​ຊຽນ ​ປະ​ກາດ ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​​ດ້ານເສດ​ຖ​ະ​ກິດ​ຂອງ ​ກຸ່ມ ໃນ​ປີ 2019

(VOVWORLD) - ວັນທີ 1 ພະຈິກ, ຄະນະເລຂາທິການ ອາຊຽນ ໄດ້ປະກາດ ບົດລາຍງານໂດຍຫຍໍ້ ກ່ຽວກັບການເຊື່ອມໂຍງດ້ານເສດຖະກິດ ອາຊຽນ (AEIB) ແລະ ບົດລາຍງານເຊື່ອມໂຍງ ອາຊຽນ (AIR) 2019 ກ່ອນການຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ກ່ຽວກັບການເຊື່ອມໂຍງດ້ານເສດຖະກິດ ຂອງ ອາຊຽນ (AEIB), ບົດລາຍງານໄດ້ເນັ້ນໜັກເຖິງບັນດາຄວາມກ້າວໜ້າ ແລະ ຜົນງານສຳຄັນຂອງ ປະຊາຄົມເສດຖະກິດ ອາຊຽນ ໃນປີ 2018, ແນະນຳໂດຍລວມກ່ຽວກັບແງ່ຫວັງ ເສດຖະກິດໃນພາກພື້ນ, ອັບເດັດໝາກຜົນຂອງການກໍ່ສ້າງ ປະຊາຄົມເສດຖະກິດ ອາຊຽນ ກໍ່ຄືບັນດາຕົວເລກສະຖິຕິຫຼ້າສຸດຂອງ ອາຊຽນ.

        ໃນຂະນະນັ້ນ, ບົດລາຍງານເຊື່ອມໂຍງອາຊຽນ (AIR) 2019 ກໍ່ ຕີລາຄາຢ່າງຮອບດ້ານກ່ຽວກັບບັນດາຄວາມກ້າວໜ້າ ແລະ ຜົນງານໃນການເຊື່ອມໂຍງເສດຖະກິດ ອາຊຽນ ນັບແຕ່ເມື່ອຜັນຂະຫຍາຍແຜນການລະອຽດ ຂອງປະຊາຄົມເສດຖະກິດ ອາຊຽນ 2025 (AEC) ໃນປີ 2015. ຕາມ AIR 2019, ພາຍຫຼັງ 4 ປີ ທີ່ປະຕິບັດແຜນການ ລະອຽດຂອງ AEC 2025, ອາຊຽນສືບຕໍ່ບັນລຸໄດ້ບັນດາຄວາມກ້າວໜ້າໃນການມຸ່ງໄປເຖິງວິໄສທັດ AEC 2025 - ປະຊາຄົມທີ່ມີຄວາມສະໜິດຕິດພັນ, ແກ້ງແຍ້ງ, ປ່ຽນແປງໃໝ່ ແລະ ຂະຫຍັນຂັນເຄື່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ