ອາຊຽນ ມຸ່ງໄປເຖິງ ປະຊາຄົມບໍ່ມີຢາເສບຕິດ ໃນປີ 2015

ອາຊຽນ ມຸ່ງໄປເຖິງ ປະຊາຄົມບໍ່ມີຢາເສບຕິດ ໃນປີ 2015 - ảnh 1
(ພາບປະກອບ)

(vovworld) - ​ກອ​ງປະຊຸມ​ຂັ້ນ​ລັດຖະມົນຕີ​ອາ​ຊຽນ ກ່ຽວ​ກັບ​ບັນຫາ​ຢາ​ເສບ​ຕິ​ດ ​ຖືກດຳ​ເນີນ​ ໃນ​ວັນ​ທີ 03 ກັນຍາ, ຢູ່​ນະ​ຄອນຫຼວງ Bandar Seri Begawan, ປະ​ເທດ ບຣຸ​ໄນ, ​ເພື່ອ​ແນ​​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຢາ​ເສບ​ຕິດ, ມຸ່ງ​ໄປ​ເຖິງ​ປະຊາ​ຄົມພາກ​ພື້ນ ​ບໍ່​ມີ​ຢາ​ເສບ​ຕິດ​ໃນ​ປີ 2015. ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ໄດ້​ປຶກ​ສາ​ຫາລື​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຢາ​ເສບ​ຕິດ, ຊຸກຍູ້​ການ​ຮ່ວມ​ມື ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ໃນ​ການ​ບັນລຸ​​ວິ​ໄສ​ທັດ​ລວມ​ເພື່ອ​ອາ​ຊຽນ ມີ​ຄວາມ​ສະຖຽນ​ລະ​ພາບ, ວັດທະນາ​ຖາວອນ ​ແລະ ​ບໍ່​ມີ​ຢາ​ເສບ​ຕິດ​ໃນ​ປີ 2015. ກອງ​ປະຊຸມ​ແມ່ນ​ພື້ນຖານ​ເພື່ອ​ກະ​ກຽມ​​ໃຫ້​ແກ່​ການ​ຕີ​ລາຄາ​ສຸດ​ທ້າຍ​ແນ​ໃສ່​ປະຕິບັດ​ອາ​ຊຽນ​ບໍ່​ມີ​ຢາ​ເສບ​ຕິດ​, ​ນັບແຕ່​ປີ 2014.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 02 ກັນຍາ, ທີ່​ກອງ​ປະຊຸມ​ກຽມບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກະກຽມໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນ ກ່ຽວ​ກັບ​ບັດ​ດາ​ບັນຫາຢາ​ເສບ​ຕິດ (Prep – SOM), ບັນດາຜູ້​ແທນ​ໄດ້​ປຶກສາ​ຫາລື​ຢ່າງຮອບດ້ານ​ກ່ຽວ​ກັບ​ສະພາບ​ຢາ​ເສບ​ຕິດ​​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ບັນດາ​ຜົນງານ ​ແລະ ສິ່ງ​ທ້າ​ທາຍ​ເພື່ອ​​ເຮັດ​ໃຫ້​ໄດ້​ອາ​ຊຽນ ທີ່​ບໍ່​ມີ​ຢາ​ເສບ​ຕິດ​ໃນ​ປີ 2015. ກອງ​ປະຊຸມ​ກໍ່​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ການ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ອາ​ຊຽນ ຕ້ານ​ການ​ຜະລິດ, ຄ້າຂາຍ ​ແລະ ນຳ​ໃຊ້​ຢາ​ເສບ​ຕິ​ດຢ່າງ​ຜິດ​ກົດໝາຍ​ໄລຍະ 2009 – 2015 ​ແລະ ​ເຫັນ​ດີ​ນຳ​ກັນ​ວ່າ ​ເລື​່ອງ​​ເຮັດ​ໃຫ້​ອາ​ຊຽນ ​ບໍ່​ມີ​ຢາ​ເສບ​ຕິດ​ໃນ​ປີ 2015 ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບລວມຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ