ອາຊຽນ ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອອະນາຄົດອັນດີງາມກ່ວາໃຫ້ແກ່ເດັກນ້ອຍ

(VOVWORLD) -ວັນທີ 20 ພະຈິກ, ທີ່ ນິວຢອກ, ປະເທດ ອາເມລິກາ, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍສິດທິເດັກ ດ້ວຍການເຂົ້າຮ່ວມຂອງ 193 ປະເທດສະມາຊິກສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນທຸກຖ້ວນໜ້າ. 

 ກອງປະຊຸມໄດ້ສ້າງຂີດໝາຍສຳຄັນຂອງສົນທິສັນຍາ ແມ່ນໂອກາດເພື່ອໃຫ້ບັນດາປະເທດຫວນຄືນບັນດາໝາກຜົນທີ່ບັນລຸໄດ້ໃນ 30 ປີຜ່ານມາ ແລະ ຕີລາຄາບັນດາສິ່ງທ້າທາຍທີ່ພວມວາງອອກ ເພື່ອສະເໜີການກຳນົດທິດ ແລະ ມາດຕະການລະອຽດ ແນໃສ່ຊຸກຍູ້ ແລະ ຮັບປະກັນສິດທິເດັກໃຫ້ດີກ່ວານີ້ອີກ. ບັນດາປະເທດໃຫ້ຄຳໝັ້ນສັນຍາຈະມີການກະທຳເພື່ອເດັກນ້ອຍ, ຮັບຟັງສຽງເວົ້າຂອງເດັກນ້ອຍ ແລະ ປົກປ້ອງຄວາມໃຝ່ຝັນໃຫ້ເດັກນ້ອຍແຕ່ລະຄົນ.

ອາຊຽນ ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອອະນາຄົດອັນດີງາມກ່ວາໃຫ້ແກ່ເດັກນ້ອຍ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ 

        ກ່າວຄຳເຫັນຕາງໜ້າໃຫ້ບັນດາປະເທດ ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ ເນັ້ນໜັກວ່າ: ອາຊຽນ ຍາມໃດກໍ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອສ້າງສະພາບແວດລ້ອມໃນການພັດທະນາທີ່ມີຄວາມສະດວກໃຫ້ແກ່ເດັກນ້ອຍ ແລະ ຊາວໜຸ່ມເຍົາວະຊົນ ໂດຍຜ່ານບັນດາລາຍການຮ່ວມມືຄື: ແຜນການດຳເນີນງານພາກພື້ນກ່ຽວກັບການລົບລ້າງການໃຊ້ຄວາມຮຸນແຮງສຳລັບເດັກນ້ອຍ, ສ້າງຕັ້ງເວທີປາໄສເດັກນ້ອຍ ອາຊຽນ….

ຕອບກັບ

ຂ່າວ/ບົດ​ອື່ນ