ອາ​ຊຽນ ມາ​ນະ​ພະ​ຍາ​ຍາມ​ລົ​ບ​ລ້າງ​ແຮງ​ງານ​ເດັກ

(VOVWORLD) - ກອງປະຊຸມສຳມະນາໄດ້ປຶກສາຫາລືກ່ຽວກັບວິທີສົມທົບມູມມອງຂອງການປ້ອງກັນ, ສະກັດກັ້ນ ແລະ ຫ້າມນຳໃຊ້ແຮງງານເດັກເຂົ້າໃນການເຄື່ອນໄຫວຂອງອົງການ, ຂະແໜງການ ອາຊຽນ.
ອາ​ຊຽນ ມາ​ນະ​ພະ​ຍາ​ຍາມ​ລົ​ບ​ລ້າງ​ແຮງ​ງານ​ເດັກ - ảnh 1(ພາບປະກອບ: UNICEF)

ກອງປະຊຸມສຳມະນາທາງໄກກ່ຽວກັບການຜັນຂະຫຍາຍ ແລະ ຕິດຕາມຂັ້ນຕອນ ອາຊຽນ ລົບລ້າງການນຳໃຊ້ແຮງງານເດັກໃນທຸກຮູບການ ໃນປີ 2025 ເຊິ່ງໄດ້ຈັດຂຶ້ນໃນວັນທີ 18 – 19 ຕຸລາ, ໄດ້ດຶງດູດການເຂົ້າຮ່ວມຂອງເຈົ້າໜ້າທີ່ແຮງງານຂັ້ນສູງ ອາຊຽນ ແລະ ຜູ້ຕາງໜ້າຂອງ 8 ອົງການຂຶ້ນກັບ ອາຊຽນ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ເອກະພາບ ພັນທະວົງ ຮອງເລຂາທິການໃຫຍ່  ອາຊຽນ ຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ໄດ້ເນັ້ນໜັກວ່າ ຄວາມມານະພະຍາຍາມລວມຂອງອົງການໃນຂະແໜງ ອາຊຽນ ໄດ້ ແລະ ກຳລັງເພີ່ມຄຸນຄ່າໃຫ້ເປົ້າໝາຍ ແລະ ໂຄງການແຫ່ງຊາດຂອງບັນດາປະເທດສະມາຊິກ ອາຊຽນ ເພື່ອແນໃສ່ລົບລ້າງການນຳໃຊ້ແຮງງານເດັກໃນທຸກຮູບການ.

        ກອງປະຊຸມສຳມະນາໄດ້ປຶກສາຫາລືກ່ຽວກັບວິທີສົມທົບມູມມອງຂອງການປ້ອງກັນ, ສະກັດກັ້ນ ແລະ ຫ້າມນຳໃຊ້ແຮງງານເດັກເຂົ້າໃນການເຄື່ອນໄຫວຂອງອົງການ, ຂະແໜງການ ອາຊຽນ. ບັນດາປະເທດສະມາຊິກ ອາຊຽນ ກໍຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາປະຕິບັດເປົ້າໝາຍຂອງ ຂັ້ນຕອນ ແລະ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືລະຫວ່າງຂະແໜງການ.

ຕອບກັບ

ຂ່າວ/ບົດ​ອື່ນ