ອາ​ຊຽນ - ລັດ​ເຊຍ ສິ້ນ​ສຸດ​ການ​ຊ້ອ​ມ​ຮົບ​ຮ່ວມທາງ​ທະ​ເລ​ຄັ້ງ​ທຳ​ອິດ

(VOVWORLD) -ການຊ້ອມຮົບຮ່ວມທາງທະເລ ລະຫວ່າງ ອາຊຽນ ແລະ ລັດເຊຍ ຖືກດຳເນີນ ເພື່ອແນໃສ່ເປົ້າໝາຍເພີ່ມທະວີກຳລັງຄວາມສາມາດໃນການສົມທົບເຄື່ອນໄຫວລະຫວ່າງກອງທັບເຮືອບັນດາປະເທດສະມາຊິກ ອາຊຽນ ກັບ ລັດເຊຍ ໃນຂົງເຂດການເດີນເຮືອຍຸດທະສາດນີ້.
ອາ​ຊຽນ - ລັດ​ເຊຍ ສິ້ນ​ສຸດ​ການ​ຊ້ອ​ມ​ຮົບ​ຮ່ວມທາງ​ທະ​ເລ​ຄັ້ງ​ທຳ​ອິດ - ảnh 1ກ່ຳປັນ Severomorsk ຂອງ ລັດເຊຍ (ພາບ: AFP/TTXVN)

ວັນທີ 4 ທັນວາ, ກອງທັບເຮືອ ອິນໂດເນເຊຍ ໄດ້ແຈ້ງໃຫ້ຊາບວ່າ ອາຊຽນ ແລະ ລັດເຊຍ ໄດ້ສິ້ນສຸດງການຊ້ອມຮົບຮ່ວມທາງທະເລຄັ້ງທຳອິດ. ການຊ້ອມຮົບດັ່ງກ່າວດຳເນີນພາຍໃນເວລາ 3 ວັນ ຢູ່ນອກຝັ່ງທະເລ ຢູ່ພາກເໜືອແຂວງ Sumatra ຂອງ ອິນໂດເນເຊຍ ເພື່ອແນໃສ່ເປົ້າໝາຍເພີ່ມທະວີກຳລັງຄວາມສາມາດໃນການສົມທົບເຄື່ອນໄຫວລະຫວ່າງກອງທັບເຮືອບັນດາປະເທດສະມາຊິກ ອາຊຽນ ກັບ ລັດເຊຍ ໃນຂົງເຂດການເດີນເຮືອຍຸດທະສາດນີ້.

ທີ່ການຊ້ອມຮົບ, ບັນດາປະເທດສະມາຊິກ ອາຊຽນ ເຊິ່ງລວມມີ ອິນໂດເນເຊຍ, ໄທ, ສິງກະໂປ, ຫວຽດນາມ, ມາເລເຊຍ, ມຽນມາ ແລະ ບຣູໄນ ໄດ້ສົ່ງກ່ຳປັ່ນສູ້ຮົບ ຫຼື ເຮືອບິນເຂົ້າຮ່ວມ, ໃນຂະນະທີ່ ຟີລິບປິນ ໄດ້ເຂົ້າຮ່ວມໃນຖານະເປັນປະເທດສັງເກດການຈາກທາງໄກ.

ຕອບກັບ

ຂ່າວ/ບົດ​ອື່ນ