ອາ​ຊຽນ, ລັດ​ເຊຍ​ລົງ​ນາມ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ຄວບ​ຄຸມ​ໄພ​ທຳ​ມະ​ຊາດ

(VOVWORLD) -ການລົງນາມ MoU ນີ້ກໍ່ເປີດກບັນດາກາລະໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ອາຊຽນ ແລະ ລັດເຊຍໃນບັນດາຂົງເຂດສຳຄັນຄື ການເຕື່ອນໄພ ແລະ ຕິດຕາມກວດກາຄວາມສ່ຽງ, ແລກປ່ຽນເຕັກໂນໂລຢີທີ່ກ້າວໜ້າ, ບຳລຸງສ້າງຊ່ຽວຊານ, ໜູນຊ່ວຍການຮັບມືກັບບັນດາເຫດໄພທຳມະຊາດທີ່ສຸກເສີນ.
ອາ​ຊຽນ, ລັດ​ເຊຍ​ລົງ​ນາມ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ຄວບ​ຄຸມ​ໄພ​ທຳ​ມະ​ຊາດ - ảnh 1ພາບປະກອບ: AFP/TTXVN

ອາຊຽນ ແລະ ລັດເຊຍຫາກໍ່ລົງນາມບົດບັນທຶດຊ່ວຍຈຳ (MoU) ກ່ຽວກັບການຮ່ວມມືໃນຂົງເຂດຄວຍຄຸມໄພທຳມະຊາດ. ຂໍ້ຕົກລົງດັ່ງກ່າວໂດຍທ່ານ Dato Lim Jock ເລຂາທິການໃຫຍ່ ອາຊຽນ ແລະ ທ່ານ Yevgeny Zinichev ລັດຖະມົນຕີ ບັນດາບັນຫາການປ້ອງກັນຊາດທົ່ວປວງຊົນ, ສະພາບວະສຸກເສີນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ລັດເຊຍລົງນາມ. ການລົງນາມ MoU ນີ້ກໍ່ເປີດກບັນດາກາລະໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ອາຊຽນ ແລະ ລັດເຊຍໃນບັນດາຂົງເຂດສຳຄັນຄື ການເຕື່ອນໄພ ແລະ ຕິດຕາມກວດກາຄວາມສ່ຽງ, ແລກປ່ຽນເຕັກໂນໂລຢີທີ່ກ້າວໜ້າ, ບຳລຸງສ້າງຊ່ຽວຊານ, ໜູນຊ່ວຍການຮັບມືກັບບັນດາເຫດໄພທຳມະຊາດທີ່ສຸກເສີນ.

ຕອບກັບ

ຂ່າວ/ບົດ​ອື່ນ