ອາຊຽນ ສະເໜີເພີ່ມທະວີການຮ່ວມມືສາກົນໃນຂົງເຂດຂໍ້ມູນຂ່າວສານ ເພື່ອຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ

(VOVWORLD) - ທ່ານ ຫງວຽນຮ່ວາງງວຽນ ໄດ້ສະແດງຄວາມວິຕົກກັງວົນລວມຂອງ ອາຊຽນ ກ່ຽວກັບທ່າອ່ຽງເພີ່ມຂຶ້ນ ຂອງການບຸກໂຈມຕີຕໍ່ພື້ນຖານໂຄງລ່າງຂໍ້ມູນຂ່າວສານ ແລະ ພົນລະເຮືອນ ທີ່ຈຳເປັນ.
ອາຊຽນ ສະເໜີເພີ່ມທະວີການຮ່ວມມືສາກົນໃນຂົງເຂດຂໍ້ມູນຂ່າວສານ ເພື່ອຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ  - ảnh 1(ທ່ານອັກຄະລັດຖະທູດທີ່ປຶກສາ ຫງວຽນຮ່ວາງງວຽນ)

ວັນທີ 17 ຕຸລາ, ຢູ່ນິວຢອກ, ອາເມລິກາ, ຄະນະກຳມະການບັນຫາການເມືອງພິເສດ ແລະ ລົບລ້າງລະບອບລ່າເມືອງຂຶ້ນ (ຄະນະກຳມະການ 4) ຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ໄດ້ມີການໂອ້ລົມສົນທະນາລວມໃນຂົງເຂດຂໍ້ມູນຂ່າວສານ.

ໂດຍຕາງໜ້າໃຫ້ ອາຊຽນ ທີ່ກອງປະຊຸມ, ທ່ານອັກຄະລັດຖະທູດທີ່ປຶກສາ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າປະຈຳຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການ ຫັນເປັນດີຈີຕອນກວມລວມ, ການເກັບຮັກສາຂໍ້ມູນຂ້າມຊາຍແດນ, ກໍ່ຄືບັນດາມາດຕະການປົກປັກຮັກສາ ຂໍ້ມູນຂ່າວສານສ່ວນຕົວ, ຮັບປະກັນຄວາມໄວ້ວາງໃຈໃນພື້ນຖານເສດຖະກິດດິຈິຕອນ.

ທ່ານ ຫງວຽນຮ່ວາງງວຽນ ໄດ້ສະແດງຄວາມວິຕົກກັງວົນລວມຂອງ ອາຊຽນ ກ່ຽວກັບທ່າອ່ຽງເພີ່ມຂຶ້ນຂອງ ການບຸກໂຈມຕີຕໍ່ພື້ນຖານໂຄງລ່າງຂໍ້ມູນຂ່າວສານ ແລະ ພົນລະເຮືອນທີ່ຈຳເປັນ. ອາຊຽນ ໃຫ້ຄຳໝັ້ນສັນຍາ ຈະຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ, ລວມທັງ ສປຊ, ເພື່ອແນໃສ່ພັດທະນາເສດຖະກິດດີຈີຕອນ, ພິເສດແມ່ນຂົງເຂດການຄ້າເອເລັກໂຕນິກ ແລະ ເຕັກໂນໂລຊີການເງິນດີຈີຕອນ, ພ້ອມທັງ ຍູ້ແຮງບັນດາຄວາມພະຍາຍາມເພື່ອສ້າງປະຊາຄົມເສດຖະກິດດີຈີຕອນ ອາຊຽນ ໃນປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ