ອາ​ຊຽນ ສະ​ໜັບ​ສະ​ໜູນ​ການ​ສ້າງ ​ແລວ​ມະ​ນຸດ​ສະ​ທຳ ຢູ່ ມຽ​ນ​ມາ

(VOVWORLD) - ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ລາວ ໃຫ້ຮູ້ວ່າ, ໄທ ໄດ້ສະເໜີ ແຜນການສ້າງແລວມະນຸດສະທຳ ເພື່ອຮັບປະກັນການສະໜັບການໜູນຊ່ວຍທີ່ປອດໄພໃຫ້ແກ່ຜູ້ຕ້ອງອົບພະຍົບອອກຈາກ ມຽນມາ. 
ອາ​ຊຽນ ສະ​ໜັບ​ສະ​ໜູນ​ການ​ສ້າງ ​ແລວ​ມະ​ນຸດ​ສະ​ທຳ ຢູ່ ມຽ​ນ​ມາ - ảnh 1ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ (ພາບ:  VOV-Vientiane)

ວັນທີ 29 ມັງກອນ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອັດລົງ ຢູ່ນະຄອນ ຫຼວງພະບາງ ຂອງລາວ. ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມ ໄດ້ສະໜັບສະໜູນຂໍ້ລິເລີ່ມຂອງ ໄທ ໃນການສ້າງແລວມະນຸດສະທຳ ເພື່ອແນໃສ່ອຸປະຖຳໃຫ້ແກ່ປະຊາຊົນທີ່ຕ້ອງອົບພະຍົບ ຍ້ອນການປະທະກັນຢູ່ ມຽນມາ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ ພາຍຫຼັງກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ລາວ ໃຫ້ຮູ້ວ່າ, ໄທ ໄດ້ສະເໜີ ແຜນການສ້າງແລວມະນຸດສະທຳ ເພື່ອຮັບປະກັນການສະໜັບການໜູນຊ່ວຍທີ່ປອດໄພໃຫ້ແກ່ຜູ້ຕ້ອງອົບພະຍົບອອກຈາກ ມຽນມາ. ໃນຂະນະນັ້ນ, ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ຕາງໜ້າມຽນມາ ໄດ້ເນັ້ນໜັກວ່າ ອຳນາດການປົກຄອງດ້ານການທະຫານ ມຽນມາ ເຂົ້າໃຈ ບັນດາຄວາມວິຕົກກັງວົນຂອງ ອາຊຽນ ກ່ຽວກັບສະພາບການຢູ່ ປະເທດນີ້, ພ້ອມທັງຊຸກຍູ້ຄວາມມານະພະຍາຍາມແກ້ໄຂບັນດາບັນຫາຂອງ ມຽນມາ ຜ່ານການເຈລະຈາ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ປານປຣີ ພະຫີດທານຸກອນ  ຮອງນາຍົກລັດຖະມົນຕີ ໄທ ຊີ້ແຈ້ງວ່າການ ໜູນຊ່ວຍຂອງປະເທດນີ້ ຈະເລີ່ມຕົ້ນແຕ່ທ້າຍເດືອນກຸມພາ 2024 ພາຍຫຼັງອຳນາດການປົກຄອງການທະຫານ ມຽນມາ ແລະ ລັດຖະບານ ໄທ ກຳນົດບັນດາເຂດໃຫ້ແກ່ ແລວທາງເຊື່ອມຕໍ່ລະຫວ່າງສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າຕື່ມອີກວ່າ ອົງການໜູນຊ່ວຍມະນຸດສະທຳ ຂອງອາຊຽນ ຈະຕິດຕາມກວດກາພາລະກຳ ແລວມະນຸດສະທຳນີ້.

ຕອບກັບ

ຂ່າວ/ບົດ​ອື່ນ