ອາຊຽນ ສ້າງວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2023

(VOVWORLD) - HLTF-ACV ໄດ້ຈັດການທາບທາມຄວາມເຫັນກັບບັນດາຝ່າຍກ່ຽວຂ້ອງເຊິ່ງລວມມີ: ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR), ສູນຊີວະນາໆພັນ ອາຊຽນ (ACB)

ທີ່ກອງປະຊຸມຄັ້ງທີ 7 ກຸ່ມປະຕິບັດງານຂັ້ນສູງ ກ່ຽວກັບວິໄສທັດປະຊາຄົມ ສະຫະປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຫຼັງປີ 2025 (HLTF-ACV) ໄຂຂຶ້ນໃນວັນທີ 19 ມີນາ, ຢູ່ເກາະ Belitung ຂອງປະເທດ ອິນໂດເນເຊຍ. ກອງປະຊຸມຈັດຂຶ້ນເປັນເວລາ 2 ວັນ ໂດຍ ອິນໂດເນເຊຍ ແລະ ມາເລເຊຍ ເປັນເຈົ້າພາບຈັດຕັ້ງ, ເພື່ອແນໃສ່ສືບຕໍ່ປຶກສາຫາລືກ່ຽວກັບການສ້າງຖະແຫຼງການວິໄສທັດ ປະຊາຄົມ ອາຊຽນ ຫຼັງປີ 2025.

        HLTF-ACV ໄດ້ຈັດການທາບທາມຄວາມເຫັນກັບບັນດາຝ່າຍກ່ຽວຂ້ອງເຊິ່ງລວມມີ: ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR), ສູນຊີວະນາໆພັນ ອາຊຽນ (ACB), ສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ (ABAC), ສະຖາບັນຄົ້ນຄ້ວາເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ (ERIA). ບັນດາການທາບທາມຄວາມເຫັນນີ້ເພື່ອແນໃສ່ຮັບປະກັນວ່າ ການສ້າງວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025 ຈະໄດ້ປະຕິບັດຢ່າງຮອບດ້ານ, ແທດຈິງ, ສົມດຸນ, ກວມລວມ.

ຕອບກັບ

ຂ່າວ/ບົດ​ອື່ນ