ອາຊຽນ, ສ.ເກົາຫຼີ ຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື

(VOVWORLD) -2 ຝ່າຍໄດ້ຊົມເຊີຍຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ຂອງສ.ເກົາຫຼີ ແລະ ຂໍ້ລິເລີ່ມສາມັກຄີ ສ.ເກົາຫຼີ - ອາຊຽນ (KASI) ເພື່ອເພີ່ມທະວີການພົວພັນຮ່ວມມື 2 ຝ່າຍຢ່າງແທດຈິງກວ່າເກົ່າ.

        ວັນທີ 16 ມີນາ, ທີ່ກອງປະຊຸມຄັ້ງທີ 10 ຄະນະກຳມະການຮ່ວມມື ອາຊຽນ - ສ.ເກົາຫຼີ (JCC), ດຳເນີນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ໂດຍທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຊຽນ ຫງວຽນຫາຍບັ່ງ ແລະ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ Kwon Hee seog ເປັນປະທານຮ່ວມ. ຢູ່ທີ່ນີ້, 2 ຝ່າຍໄດ້ຢືນຢັນຄືນໃໝ່ເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມື. 2 ຝ່າຍໄດ້ຊົມເຊີຍຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ຂອງສ.ເກົາຫຼີ ແລະ ຂໍ້ລິເລີ່ມສາມັກຄີ ສ.ເກົາຫຼີ - ອາຊຽນ (KASI) ເພື່ອເພີ່ມທະວີການພົວພັນຮ່ວມມື 2 ຝ່າຍຢ່າງແທດຈິງກວ່າເກົ່າ. ຕາມນັ້ນແລ້ວ, ສ.ເກົາຫຼີ ຈະເພີ່ມຂອບເຂດການປະກອບສ່ວນປະຈຳປີໃຫ້ແກ່ກອງທຶນຮ່ວມມື ອາຊຽນ - ສ.ເກົາຫຼີ ໃນປີ 2027 ຂຶ້ນທົບ 2 ເທົ່າ ເພື່ອໜູນຊ່ວຍບັນດາໂຄງການ ແລະ ການເຄື່ອນໄຫວໃຫ້ຫຼາຍກວ່າ.

        2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນ 4 ຂົງເຂດບຸລິມະສິດຂອງ ວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ (AOIP); ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດລວມທັງການຄ້າ ແລະ ການລົງທຶນ, ການຫັນເປັນດີຈີຕອນ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ພະລັງງານ, ການທ່ອງທ່ຽວ, ການສຶກສາ, ການຄຸ້ມຄອງໄພທຳມະຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ