ອາ​ຊຽນ, ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

(VOVWORLD) - ໃນກອງປະຊຸມຄັ້ງທີ 13 ຂອງ ຄະນະກຳມະການຮ່ວມມືລວມ ອາຊຽນ - ອາເມລິກາ (JCC) ທີ່ດຳເນີນຢູ່ສຳນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ໃນອາທິດຜ່ານມາ, ອາຊຽນ ແລະ ອາເມລິກາ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ.
ອາ​ຊຽນ, ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ - ảnh 1ກອງປະຊຸມຄັ້ງທີ 13 ຂອງ ຄະນະກຳມະການຮ່ວມມືລວມ ອາຊຽນ - ອາເມລິກາ  (ພາບ: VOV)

ກອງປະຊຸມດັ່ງກ່າວ ໂດຍຜູ້ຕາງໜ້າ ອິນໂດເນເຊຍ ປະຈຳ ອາຊຽນ ແລະ ຜູ້ຕາງໜ້າ ອາເມລິກາ ປະຈຳ ອາຊຽນ ເປັນປະທານຮ່ວມ, ໂດຍມີການເຂົ້າຮ່ວມຂອງທ່ານ Michael Tene ຮອງເລຂາທິການໃຫຍ່ ອາຊຽນ ແລະ ຜູ້ຕາງໜ້າບັນດາປະເທດສະມາຊິກ ປະຈຳ ອາຊຽນ. ຖະແຫຼງຂ່າວຂອງຄະນະເລຂາ ອາຊຽນ ໃນວັນທີ 14 ເມສາ ໃຫ້ຮູ້ວ່າ ໃນກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ຢັ້ງຢືນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ອາເມລິກາ ທີ່ນັບມື້ນັບ ເປີດກວ້າງໃນຫຼາຍຂົງເຂດຮ່ວມມືຂອງທັງ 3 ເສົາຄ້ຳປະຊາຄົມ ອາຊຽນ. ເຈົ້າໜ້າທີ່ສອງຝ່າຍກໍຮັບຮູ້ຄວາມຄືບໜ້າທີ່ບັນລຸໄດ້ໃນການປະຕິບັດແຜນການເຄື່ອນໄຫວ ອາຊຽນ - ອາເມລິກາ (2021 – 2025). ອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໜູນຊ່ວຍຄວາມມານະພະຍາຍາມຂອງ ອາຊຽນ ໃນການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນຂອງພາກພື້ນ. ກອງປະຊຸມກໍໄດ້ປຶກສາຫາລືກ່ຽວກັບບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເຫັນດີເປັນເອກະສັນຜັນຂະຫຍາຍການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ອາເມລິກາ ຄົບຮອບ 45 ປີ ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ