ອາຊຽນ ຮັບຮອງເອົາ 13 ບຸລິມະສິດກ່ຽວກັບການຮ່ວມມືດ້ານເສດຖະກິດ

(VOVWORLD) -ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 27 (AEM Retreat 27) ໄດ້ດຳເນີນໃນວັນທີ 2 – 3 ມີນາ ຕາມຮູບການອອນລາຍ. 
ອາຊຽນ ຮັບຮອງເອົາ 13 ບຸລິມະສິດກ່ຽວກັບການຮ່ວມມືດ້ານເສດຖະກິດ - ảnh 1ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ
ພາບ:vietnam+

ນີ້ແມ່ນກອງປະຊຸມຄັ້ງທຳອິດ ຂອງບັນດາກະຊວງເສດຖະກິດ ອາຊຽນ ໃນປີເປັນປະທານຂອງ ບຣູໄນ.

ທີ່ກອງປະຊຸມ, ບັນດາລັດຖະມົນຕີ ແລະ ຜູ້ຕາງຫນ້າກ່ຽວຂ້ອງໄດ້ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມຟື້ນຟູພາຍຫລັງໂລກລະບາດໂຄວິດ 19 ໃນທົ່ວພາກພື້ນ, ບັນດາຄວາມກ້າວຫນ້າທີ່ບັນລຸໄດ້ໃນຄວາມມານະພະຍາຍາມກໍ່ສ້າງປະຊາຄົມເສດຖະກິດ ແລະ ການພົວພັນເສດຖະກິດການຕ່າງປະເທດ ຂອງ ອາຊຽນ.

ພ້ອມກັນນັ້ນ ບັນດາທ່ານລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 12 ຄາດໝາຍເສດຖະກິດບຸລິມະສິດຂອງ  ບຣູໄນ ໃນປີ ປະທານ ອາຊຽນ 2021, ສຸມໃສ່ການຟື້ນຟູ, ການຫັນເປັນດີຈີຕອນ ແລະ ລັກສະນະຍືນຍົງ.

ບັນດາທ່ານລັດຖະມົນຕີກໍ່ຢັ້ງຢືນຄືນຄຳໝັ້ນສັນຍາ ຈະມານະພະຍາຍາມໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢູ່ພາຍໃນປະເທດ ເພື່ອແນໃສ່ຮັບປະກັນເລື່ອງບັນດາວິສາຫະກິດ ແລະ ປະຊາຊົນ ອາດຈະໄດ້ຊົມໃຊ້ຜົນປະໂຫຍດຈາກສັນຍານີ້.

ຕອບກັບ

ຂ່າວ/ບົດ​ອື່ນ