ອາ​ຊຽນ ຮັບ​ຮອງ​ເອົາ​ຖະແຫຼງ​ການ​ຮ່​ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ ອາ​ຊຽນ ຄັ້ງ​ທີ 10

(VOVWORLD) - ກອງປະຊຸມແມ່ນໂອກາດເພື່ອໃຫ້ ບັນດາທ່ານລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ພົບປະ ແລະ ປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດມະຫາພາກພາກພື້ນ.
ອາ​ຊຽນ ຮັບ​ຮອງ​ເອົາ​ຖະແຫຼງ​ການ​ຮ່​ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ ອາ​ຊຽນ ຄັ້ງ​ທີ 10 - ảnh 1(ພາບ: TTXVN)

   ວັນທີ 25 ສິງຫາ, ບັນດາທ່ານລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 10 ຢູ່ນະຄອນຫຼວງ Jakarta, Indonesia. ກອງປະຊຸມແມ່ນໂອກາດເພື່ອໃຫ້ ບັນດາທ່ານລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ພົບປະ ແລະ ປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດມະຫາພາກພາກພື້ນ ກໍ່ຄືຍົກອອກບັນດາຄຳຊີ້ນຳໂດຍກົງ, ລະອຽດກ່ຽວກັບການກຳນົດທິດການເຄື່ອນໄຫວຂອງກຸ່ມປະຕິບັດງານກ່ຽວກັບການຮ່ວມມືດ້ານການເງິນ ອາຊຽນ. ຕີຄາຄາກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມຄັ້ງຕ່າງໆ, ທ່ານ ຫວໍ້ແທັງຮຶງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ:

  ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນແມ່ນປະເທດທີ່ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນວິວັດການເຊື່ອມໂຍງ ອາຊຽນ, ໃນນັນມີການເຊື່ອມໂຍງດ້ານການເງິນ. ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການປຶກສາຫາລື, ເຂົ້າຮ່ວມບັນດາວິວັດການຮ່ວມມືດ້ານການເງິນ, ບັນຊີ, ຮ່ວມມືເປີດປະຕູບັນດາການບໍລິການ, ການຄ້າ, ການບໍລິການດ້ານການເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ