ອາຊຽນ ຮຽກຮ້ອງການເຈລະຈາສັນຕິພາບ, ແກ້ໄຂວິກິດການຢູແກຼນ

(VOVWORLD) -ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ການເຈລະຈາສັນຕິພາບອາດຈະສະກັດກັ້ນສາມາດຄວບຄຸມສະພາບການດັ່ງກ່າວໄດ້.
ອາຊຽນ ຮຽກຮ້ອງການເຈລະຈາສັນຕິພາບ, ແກ້ໄຂວິກິດການຢູແກຼນ - ảnh 1ລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປຢູ່ ຢູແກຼນ
(ພາບ: Guancha)

ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປຢູ່ ຢູແກຼນ. ໃນຖະແຫຼງການຮ່ວມເຊິ່ງໄດ້ຍົກອອກມາໃນວັນທີ 27 ກຸມພາ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງ ຈົ່ງລະງັບໃຈຢ່າງສຸດຂີດ ແລະ ມານະພະຍາຍາມເພື່ອເດີນຕາມບັນດາການເຈລະຈາຜ່ານທຸກຊ່ອງທາງ, ລວມທັງມາດຕະການດ້ານການທູດ, ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຊອກຫາມາດຕະການແກ້ໄຂໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາຫຼັກການຂອງກົດບັດສະຫະປະຊາຊາດ.

        ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ການເຈລະຈາສັນຕິພາບອາດຈະສະກັດກັ້ນສາມາດຄວບຄຸມສະພາບການດັ່ງກ່າວໄດ້. ອາຊຽນ ຮຽກຮ້ອງໃຫ້ທຸກຝ່າຍມີຄວາມຮັບຜິດຊອບຕໍ່ການຮັກສາຫຼັກການເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສິດສະເໝີພາບຂອງທຸກໆປະເທດ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ