ອາ​ຊຽນ ຮຽກ​ຮ້ອງ​ໃຫ້​ຍູ້​ແຮງ​ການ​ຮ່ວມ​ມື​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ

(VOVWORLD) -ເພື່ອຮັບປະກັນໃຫ້ ອາຊຽນ ມີກຳລັງຄວາມສາມາດຟື້ນຟູ ແລະ ຍືນຍົງ ສອດຄ່ອງກັບແຜນການສັງລວມຂອງປະຊາຄົມ ອາຊຽນ ປີ 2025 ນັ້ນ, ຕ້ອງກະກຽມໃຫ້ເປັນຢ່າງດີເພື່ອຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທີ່ຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ.
ອາ​ຊຽນ ຮຽກ​ຮ້ອງ​ໃຫ້​ຍູ້​ແຮງ​ການ​ຮ່ວມ​ມື​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ - ảnh 1(ພາບປະກອບ: AFP/TTXVN)

ຄະນະເລຂາ ອາຊຽນ ຫາກໍຈັດຕັ້ງກອງປະຊຸມປະສານງານຄັ້ງທີ 17 ກ່ຽວກັບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (SOC – COM) ແນໃສ່ປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດດິນຟ້າອາກາດຢູ່ພາກພື້ນ. ທ່ານເອກະພາບ ພັນທະວົງ ຮອງເລຂາທິການໃຫຍ່ ອາຊຽນ   ຮັບຜິດຊອບປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ (ASCC) ໄດ້ເນັ້ນໜັກວ່າ: ເພື່ອຮັບປະກັນໃຫ້ ອາຊຽນ ມີກຳລັງຄວາມສາມາດຟື້ນຟູ ແລະ ຍືນຍົງ ສອດຄ່ອງກັບແຜນການສັງລວມຂອງປະຊາຄົມ ອາຊຽນ ປີ 2025 ນັ້ນ, ຕ້ອງກະກຽມໃຫ້ເປັນຢ່າງດີເພື່ອຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທີ່ຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ.

ກອງປະຊຸມກໍໄດ້ປຶກສາຫາລືກ່ຽວກັບການເຄື່ອນໄຫວ ແລະ ຂໍ້ລິເລີ່ມດິນຟ້າອາກາດໂດຍ ສູນຊີວະນາໆພັນ ອາຊຽນ ປະຕິບັດ, ໂດຍສະເພາະແມ່ນການສ້າງຮ່າງກອບຊີວະນາໆພັນທົ່ວໂລກ ສະບັບທີ 1 ຫຼັງປີ 2020./.


ຕອບກັບ

ຂ່າວ/ບົດ​ອື່ນ