ອາ​ຊຽນ ​ເຊີດ​ຊູ​ບົດ​ບາດ​ນຳ​ພາ ແລະ ຄວາມ​ຢຶດ​ໝັ້ນ​ຂອງ ຫວຽດ​ນາມ ໃນ​ການ​ເປັນ​ເຈົ້າ​ພາ​ທາງ ປະ​ຊາ​ຄົມ ອາ​ຊຽນ

(VOVWORLD) -    ວັນທີ 15 ມັງກອນ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ຄະນະກຳມະການຜູ້ຕາງໜ້າບັນດາປະເທດປະຈຳ ອາຊຽນ (CPR) ໄດ້ໂຮມປະຊຸມວາລະທຳອິດໃນປີ  ປະທານ ອາຊຽນ 2021 ຂອງ ບຣູໄນ. ກອງປະຊຸມດັ່ງກ່າວ ຖືກດຳເນີນພາຍໃຕ້ຮູບການທາງອອນລາຍ.
ອາ​ຊຽນ ​ເຊີດ​ຊູ​ບົດ​ບາດ​ນຳ​ພາ ແລະ ຄວາມ​ຢຶດ​ໝັ້ນ​ຂອງ ຫວຽດ​ນາມ ໃນ​ການ​ເປັນ​ເຈົ້າ​ພາ​ທາງ ປະ​ຊາ​ຄົມ ອາ​ຊຽນ - ảnh 1ກອງປະຊຸມຖືກດຳເນີນພາຍໃຕ້ຮູບການທາງອອນລາຍ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ຊົມເຊີຍ ຫວຽດນາມ ທີ່ໄດ້ປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ ໃນປີ 2020, ພ້ອມທັງເຊີດຊູບົດບາດນຳພາ ແລະ ຄວາມຢຶດໝັ້ນຂອງ ຫວຽດນາມ ໃນການນຳພາ ອາຊຽນ ສືບຕໍ່ວິວັດທະນະທຳການໃຫ້ບັນລຸບັນດາເປົ້າໝາຍສ້າງປະຊາຄົມ ອາຊຽນ.  ທ່ານເລຂາທິການໃຫຍ່ ອາຊຽນ ກໍຖືວ່າ ຫົວຂໍ້ຂອງປີ ປະທານ ອາຊຽນ 2021 ຂອງ ບຣູໄນ Darusslam ແມ່ນ “ພວກເຮົາເອົາໃຈໃສ່, ພວກເຮົາກຽມພ້ອມ, ພວກເຮົາວັດທະນາຖາວອນ” ນັ້ນ ແມ່ນການເລືອກເຟັ້ນທີ່ເໝາະສົມ ເພື່ອໃຫ້ ປະຊາຄົມ ອາຊຽນ ຍາມໃດກໍເອົາໃຈໃສ່ເຖິງປະຊາຊົນ, ການຮ່ວມມື ແລະ ວັດທະນາຖາວອນ.  ທ່ານກໍເນັ້ນໜັກວ່າ ພ້ອມກັບການສືບຕໍ່ຊຸກຍູ້ຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ, ໜ້າທີ່ສຳຄັນທີ່ສຸດໃນປີ  ອາຊຽນ ຂອງ ບຣູໄນ Darusslam 2021 ແມ່ນປະຕິບັດການສ້າງພາກພື້ນຄືນໃໝ່ ຜ່ານການຜັນຂະຫຍາຍຂອບເຂດຟື້ນຟູ ອາຊຽນ ຢ່າງຮອບດ້ານ ກໍຄືບັນດາຂໍ້ລິເລີ່ມທີ່ການນຳ ອາຊຽນ ໄດ້ຮັບຮອງເອົາໃນປີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ