ອາຊຽນ ເພີ່ມທະວີການພົວພັນຄູ່ຮ່ວມມືກັບ ອາຟຣິກາ

(VOVWORLD) - ວັນທີ 19 ຕຸລາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 ໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທີ 23 ພາຍໃຕ້ຫົວຂໍ້ວ່າ:

ການພົວພັນຄູ່ຮ່ວມມືໃໝ່ເພື່ອການພັດທະນາຂອງ ອາຟຣິກາ (NEPAD), ໂດຍທ່ານ Maria Fernanda Espinosa ປະທານສະມັດຊາໃຫຍ່ສະຫະປະຊາຊາດ ເປັນປະທານ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 193 ປະເທດຢູ່ ສະຫະປະຊາຊາດ.

       ກ່າວຄຳເຫັນຕາງໜ້າໃຫ້ ອາຊຽນ ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກີວ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກວ່າ: ອາຊຽນ ສະໜັບສະໜູນເລື່ອງປະຕິບັດ NEPAD ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສາມັກຄີກັບບັນດາປະເທດ ອາຟຣິກາ ແນໃສ່ຫັນບັນດາເປົ້າໝາຍຂອງໂຄງການດຳເນີນງານ 2030 ໃຫ້ປະກົດຜົນເປັນຈິງ ໃຫ້ແກ່ການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ກໍ່ຄືໂຄງການດຳເນີນງານ 2063 ຂອງ ອາຟຣິກາ ດ້ວຍເປົ້າໝາຍລວມ ເພື່ອແນໃສ່ນຳມາເຊິ່ງການເຕີບໂຕ, ວັດທະນາຖາວອນ ແລະ ການພັດທະນາໃຫ້ບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ