ອາຊຽນ ເພີ່ມທະວີການຮ່ວມມື ໃນຂົງເຂດກະສິກຳ-ປ່າໄມ້

ອາຊຽນ ເພີ່ມທະວີການຮ່ວມມື ໃນຂົງເຂດກະສິກຳ-ປ່າໄມ້ - ảnh 1

ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ກອງ​ປະຊຸມ

(ພາບ:tapchitaichinh.vn)

(TTX)- ​ວັນ​ທີ 27/9, ຢູ່​ວຽງ​ຈັນ, ລາວ, ​ໄດ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ກະສິກຳ-​ປ່າ​ໄມ້​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຄັ້ງທີ 34 (AMAF 34) ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ຄະນະ​ເລຂາ​ອາ​ຊຽນ. ຄະ​ນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ Bui Ba Bong ນຳ​ໜ້າ. ກອງ​ປະຊຸມ​ສຸມ​ໃສ່​ກວດຄືນ​ເນື້ອ​ໃນ​ທັງ​ໝົດ​ໃນ​ຂອບ​ເຂດ AMAF ອາຍຸ​ການ 2011-2012 ​ແລະ ບັນດາ​ການ​ຮ່ວມ​ມື​ໃນ AMAF+3 ຄັ້ງທີ 11, ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວຂ້ອງ​ຄ້ຳປະກັນ​ສະບຽງ​ອາຫານ, ການ​ຜະລິດ​ກະສິກຳ​ແທດ​ເໝາ​ະກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່​ສຳລັບ​ຜະລິດ​ຕະພັນ​ກະ​ເສດ, ສັດລ້ຽງ, ສິນ​ໃນ​ນ້ຳ​ເພື່ອ​ແນ່​ໃສ່​ເພີ່ມ​ອິດ​ທິພົນ​ຊື່​ສຽງ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ​ກະ​ເສດ​ອາ​ຊຽນ ​ໃນ​ຕະຫຼາດ​ພາກ​ພື້ນ ​ແລະ ສາກົນ. ກອງ​ປະຊຸມ​ເຫັນ​ດີ​ເປັນ​ເອກະສັນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ໃຫ້​ບຸລິມະສິດ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ ​ແລະ ຮັບປະກັນ​ການຄ້ຳປະກັນ​ດ້ານ​ສະບຽບອາຫານ​ໃນ​ອາ​ຊຽນ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ປ່າ​ໄມ້​.

ຂ່າວ/ບົດ​ອື່ນ