ອາຊຽນ ເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມຂົນສົ່ງ

(VOVWORLD) - ກອງປະຊຸມເຈົ້າໜ້າທີ່ຂັ້ນສູງດ້ານຄົມມະນາຄົມຂົນສົ່ງ ອາຊຽນ ແລະ ບັນດາກອງປະຊຸມກ່ຽວຂ້ອງເຊິ່ງດຳເນີນໃນລະຫວ່າງວັນທີ 15 – 16 ຕຸລາ
ອາຊຽນ ເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມຂົນສົ່ງ - ảnh 1ສິງກະໂປ ເປັນປະທານກອງປະຊຸມລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຂອງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 28 (ພາບ:Antara)

ກອງປະຊຸມລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຂອງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 28 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ຈັດຂຶ້ນຢູ່ເກາະ ບາລີ (ປະເທດ ອິນໂດເນເຊຍ) ແຕ່ວັນທີ 15 – 17 ຕຸລາ. ນອກຈາກການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກບັນດາປະເທດສະມາຊິກ ອາຊຽນ ກໍ່ຍັງມີການເຂົ້າຮ່ວມຂອງບັນດາປະເທດຄູ່ຮ່ວມມືຄື: ສ. ເກົາຫຼີ, ຍີ່ປຸ່ນ ແລະ ສະຫະພາບເອີລົບ.

        ກອງປະຊຸມເຈົ້າໜ້າທີ່ຂັ້ນສູງດ້ານຄົມມະນາຄົມຂົນສົ່ງ ອາຊຽນ ແລະ ບັນດາກອງປະຊຸມກ່ຽວຂ້ອງເຊິ່ງດຳເນີນໃນລະຫວ່າງວັນທີ 15 – 16 ຕຸລາ, ໄດ້ຍົກອອກຂໍ້ສະເໜີແນະກ່ຽວກັບການໃຫ້ສັດຕະຍາບັນສັນຍາບາງສະບັບ ແລະ ສ້າງສຳເລັດການເຈລະຈາສັນຍາວ່າດ້ວຍການຂົນສົ່ງທາງອາກາດບໍ່ຮອບດ້ານ ອາຊຽນ - ສະຫະພາບເອີລົບ (EU). ສັນຍາສະບັບນີ້ຈະແມ່ນຂໍ້ຕົກລົງສະບັບທຳອິດກ່ຽວກັບຂົນສົ່ງທາງອາກາດລະຫວ່າງ 2 ພາກພື້ນໃນໂລກ.

        ບັນດາຂໍ້ສະເໜີແນະອື່ນໆລວມມີການໃຫ້ສັດຕະຍາບັນຂໍ້ຕົກລົງຍຸດທະສາດກ່ຽວກັບການຮ່ວມມືທາງດ້ານການບິນ ແລະ ຊອກຫາກູ້ໄພກູ້ຊີບທາງທະເລລະຫວ່າງບັນດາປະເທດສະມາຊິກ ອາຊຽນ; ປະຕິບັດຂອບເຂດການເພີ່ມທະວີການຈໍລະຈອນ container ຢູ່ພາກພື້ນ. ຜ່ານບັນດາຂໍ້ຕົກລົງ, ການພົວພັນຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ລະຫວ່າງ ອາຊຽນກັບບັນດາຄູ່ເຈລະຈາຈະໄດ້ຮັບການເພີ່ມທະວີ.

ຕອບກັບ

ຂ່າວ/ບົດ​ອື່ນ