ອາຊຽນ ເພີ່ມທະວີມາດຕະການປົກປ້ອງສັງຄົມໃຫ້ແກ່ເດັກນ້ອຍຖືກຄວາມສ່ຽງ

(VOVWORLD) -ໃນຂອບເຂດກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບສະຫວັດດີການສັງຄົມ ແລະ ພັດທະນາຄັ້ງທີ 10 (AMMSWD) ແລະ ບັນດາເຫດການທີ່ກ່ຽວຂ້ອງເຊິ່ງໄດ້ຈັດຕັ້ງແຕ່ວັນທີ 17 – 22 ພະຈິກ,
ອາຊຽນ ເພີ່ມທະວີມາດຕະການປົກປ້ອງສັງຄົມໃຫ້ແກ່ເດັກນ້ອຍຖືກຄວາມສ່ຽງ - ảnh 1 ອາຊຽນ ເພີ່ມທະວີມາດຕະການປົກປ້ອງສັງຄົມໃຫ້ແກ່ເດັກນ້ອຍຖືກຄວາມສ່ຽງ (ພາບ: TTXVN)

 ວັນທີ 18 ພະຈິກ ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ ໄດ້ດຳເນີນເວທີປາໄສລັດຖະບານ - ບໍ່ຂຶນກັບລັດຖະບານ ອາຊຽນ ກ່ຽວກັບສະຫວັດດີການສັງຄົມ ແລະ ພັດທະນາຄັ້ງທີ 14 (14 th Go-NGO Forum) ດ້ວຍຫົວຂໍ້ວ່າ “ເພີ່ມທະວີການປົກປ້ອງສັງຄົມສຳລັບເດັກນ້ອຍຖືກຄວາມສ່ຽງຢູ່ ອາຊຽນ”. ເຂົ້າຮ່ວມເວທີປາໄສມີຜູ້ຕາງໜ້າຂອງ 10 ປະເທດ ອາຊຽນ, ຜູ້ຕາງໜ້າບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ບັນດາອົງການຈັດຕັ້ງພົນລະເຮືອນຂອງບັນດາປະເທດ, ສະພາສະຫວັດດີການສັງຄົມສາກົນ ແລະ ຄະນະເລຂາ ອາຊຽນ…

        ບັນດາໝາກຜົນຂອງເວທີປາໄສຈະໄດ້ແບ່ງປັນຢູ່ບັນດາກອງປະຊຸມ SOMSWD ແລະ ຍື່ນສະເໜີຕໍ່ AMMSWD ແລະ AMMSWD+3 ເຊິ່ງຈະດຳເນີນໃນຊຸມວັນຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ