ອາ​ຊ​ຽນ ເຫັນ​ດີ​ສ້າງ​ເງື່ອນ​ໄຂ​ສະ​ດວກ​​ໃຫ້ແກ່​ການ​ແລກ​ປ່ຽນ​ການ​ຄ້າ ສຳ​ລັບ​ບັນ​ດາ​ປ​ະ​ເພ​ດ​ສິນ​ຄ້າ​ທີ່​ຈຳ​ເປັນ

(VOVWORLD) -   ວັນທີ 10 ພະຈິກ, ບັນດາລັດຖະມົນຕີເສດຖະກິດຂອງ 10 ປະເທດ ອາຊຽນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການປະຕິບັດບັນດາມາດຕະການຍົກເວັ້ນພາສີສຳລັບປະເພດສິນຄ້າທີ່ຈຳເປັນ ໃນກອງປະຊຸມສະມັດຊາປະຊາຄົມເສດຖະກິດ ອາຊຽນ (AEC) ຄັ້ງທີ 19 ເຊິ່ງຖືກຈັດຂຶ້ນຜ່ານຮູບການທາງອອນລາຍ. 
ອາ​ຊ​ຽນ ເຫັນ​ດີ​ສ້າງ​ເງື່ອນ​ໄຂ​ສະ​ດວກ​​ໃຫ້ແກ່​ການ​ແລກ​ປ່ຽນ​ການ​ຄ້າ ສຳ​ລັບ​ບັນ​ດາ​ປ​ະ​ເພ​ດ​ສິນ​ຄ້າ​ທີ່​ຈຳ​ເປັນ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ລົງນາມໃນບົດບັນທຶກຊ່ວຍຈຳ ໃນຕອນບ່າຍວັນທີ 10 ພະຈິກ 2020 (ພາບ: TTXVN) 

ບົດບັນທຶກຊ່ວຍຈຳໄດ້ສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາລວມຂອງບັນດາປະເທດ ອາຊຽນ ກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການຈໍລະຈອນການຄ້າໃນພາກພື້ນ ສຳລັບບັນດາປະເພດສິນຄ້າທີ່ຈຳເປັນໃນຄວາມມານະພະຍາຍາມຕ້ານຄືນໂລກລະບາດໂຄວິດ - 19. ບົດບັນທຶກຊ່ວຍຈຳດັ່ງກ່າວ ແມ່ນສ່ວນໜຶ່ງຂອງແຜນການດຳເນີນງານຂອງ ອາຊຽນ ເພື່ອແນໃສ່ເພີ່ມທະວີ ແລະ ປັບປຸງການຮ່ວມມືດ້ານເສດຖະກິດ ແລະ ການເຊື່ອມຕໍ່ລະບົບມູນຄ່າ. ທ່ານ ເລືອງຮວ່າງທ໊າຍ - ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

        “ເລື່ອງຍົກອອກຂໍ້ລິເລີ່ມ, ປະຕິບັດ ແລະ ກ້າວໄປເຖິງການລົງນາມໃນບົດບັນທຶກຊ່ວຍຈຳນັ້ນ ບໍ່ພຽງແຕ່ຊ່ວຍແກ້ໄຂບັນດາບັນຫາໃນໄລຍະສັ້ນເທົ່ານັ້ນ ຫາກຍັງຊ່ວຍວາງອອກຂອບເຂດໃໝ່ເພື່ອໃນໄລຍະຕໍ່ຈາກນີ້ ອາຊຽນ ຈະສາມາດຍູ້ແຮງ ແລະ ໝູນໃຊ້ໃນຂອບເຂດກວ້າງກວ່າ. ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບວ່າ ຍ້ອນເວລາສັ້ນ ສະນັ້ນ ຈຶ່ງສຸມໃສ່ພຽງແຕ່ບັນດາປະເພດສິນຄ້າທີ່ຈຳເປັນທີ່ສຸດ, ເຊິ່ງລວມມີຜະລິດຕະພັນ ຫຼາຍກວ່າ 150 ປະເພດ. ລະອຽດແມ່ນ ຜະລິດຕະພັນການຢາ ແລະ ອຸປະກອນການແພດ. ໃນໄລຍະຈະມາເຖິງ, ບັນດາປະເທດ ອາຊຽນ ຈະສຸມໃສ່ເພີ່ມສິນຄ້າປະເພດສະບຽງອາຫານ, ທັນຍາຫານ ອີກດ້ວຍ”.

        ໃນກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີ ອາຊຽນ ກໍປຶກສາຫາລື ແລະ ຮັບຮອງເອົາກອບແຜນການຟື້ນຟູຮອບດ້ານ ອາຊຽນ (ACRF) ເພື່ອແນໃສ່ຢັ້ງຢືນຄືນຄຳໝັ້ນສັນຍາສົມທົບກັນເພື່ອຫຼຸດຜ່ອນບັນດາຜົນກະທົບຫຍໍ້ທໍ້ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນສຳລັບພາກພື້ນ, ໃນສະພາບການທີ່ບັນດາປະເທດພວມເປີດປະຕູພື້ນຖານເສດຖະກິດຄືນໃໝ່ເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ