ອາຊຽນ ເຫັນດີເປັນເອກະພາບສ້າງຮ່າງວິໄສທັດປະຊາຄົມຮອດປີ 2045

(VOVWORLD) - ຕາມຜູ້ນຳໜ້າຄະນະເລຂາທິການ ອາຊຽນ ແລ້ວ, ກຸ່ມປະຕິບັດງານຂັ້ນສູງກ່ຽວກັບວິໄສທັດປະຊາຄົມ ອາຊຽນ ໄດ້ເຫັນດີເປັນເອກະພາບກ່ຽວກັບການກຳນົດທິດ ເວລາຍຸດທະສາດນີ້ທີ່ກອງປະຊຸມຄັ້ງທີ 7...
ອາຊຽນ ເຫັນດີເປັນເອກະພາບສ້າງຮ່າງວິໄສທັດປະຊາຄົມຮອດປີ 2045 - ảnh 1ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ທີ່ການເຮັດວຽກໃນວັນທີ 30 ມີນາ
(ພາບ:VOV)

ວັນທີ 30 ມີນາ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ໃຫ້ຮູ້ວ່າ: ກຸ່ມປະຕິບັດງານຂັ້ນສູງ (HLTF) ກ່ຽວກັບວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025 ໄດ້ເຫັນດີເປັນເອກະພາບສ້າງຮ່າງວິໄສທັດກ່ຽວກັບປະຊາຄົມ ອາຊຽນ ຮອດປີ 2045. ຕາມຜູ້ນຳໜ້າຄະນະເລຂາທິການ ອາຊຽນ ແລ້ວ, ກຸ່ມປະຕິບັດງານຂັ້ນສູງກ່ຽວກັບວິໄສທັດປະຊາຄົມ ອາຊຽນ ໄດ້ເຫັນດີເປັນເອກະພາບກ່ຽວກັບການກຳນົດທິດ ເວລາຍຸດທະສາດນີ້ທີ່ກອງປະຊຸມຄັ້ງທີ 7, ເຊິ່ງຈັດຂຶ້ນຢູ່ ອິນໂດເນເຊຍ ໃນວັນທີ 19 ມີນາ. ກອງປະຊຸມກໍ່ປຶກສາຫາລືກ່ຽວກັບທ່າອ່ຽງ ແລະ ປັດໄຈຜົນກະທົບເຖິງອະນາຄົດຂອງ ອາຊຽນ ໃນ 2 ທົດສະວັດຈະມາເຖິງ, ຄວາມຕ້ອງການ ແລະ ບັນດາສິ່ງທ້າທາຍໃນການຮັບປະກັນ ແລະ ຮັກສາບົດບາດໃຈກາງຂອງ ອາຊຽນ ໃນບັນດາໂຄງປະກອບພາກພື້ນທີ່ພວມສ້າງເປັນຮູບປະທຳ.

        ຕາມຂັ້ນຕອນແລ້ວ, ກຸ່ມປະຕິບັດງານຂັ້ນສູງຈະລາຍງານຕໍ່ການນຳ ອາຊຽນ ກ່ຽວກັບວິວັດການສ້າງຮ່າງວິໄສທັດປະຊາຄົມ ອາຊຽນ ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 42, ຄາດວ່າ ຈະຈັດຂຶ້ນແຕ່ວັນທີ 9 -10 ພຶດສະພາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ