ອາຊຽນ ແລະ 6 ປະເທດຄູ່ຮ່ວມມື ເຫັນດີເປັນເອກະພາບ ຈະເລີ່ມຕົ້ນການເຈລະຈາ FTA

ອາຊຽນ ແລະ 6 ປະເທດຄູ່ຮ່ວມມື ເຫັນດີເປັນເອກະພາບ ຈະເລີ່ມຕົ້ນການເຈລະຈາ FTA - ảnh 1

 (ພາບປະກອບ)

( vovworld ) – ທ່ານ​ລັດຖະມົນຕີ​ເສດຖະກິດ 10 ປະ​ເທດ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ແລະ 6 ປະ​ເທດ​ຄູ່​ຮ່ວມ​ມືໃນ​ພາກ​ພື້ນ​ຄື: ຈີນ, ຍີ່ປຸ່ນ, ສ​ເກົາຫຼີ, ອິດ​ເດຍ, ອົດ​ສະ​ຕາ​ລີ ​ແລະ ນີວຊີ​ແລນ ​ໄດ້​ຈັດການ​ປະຊຸມ​ຢູ່​ຊຽມຣຽບ ປະ​ເທດ​ກຳປູ​ເຈຍ ​ເມື່ອ​ວັນ​ທີ 30/8. ຖະ​ແຫຼ​ງການ​ຮ່ວມ​ຫຼັງ​ການ​ພົບ​ປະ​ໄດ້​ຊີ້​ແຈ້ງວ່າ: ບັນດາ​ທ່ານ​ລັດຖະມົນຕີ​ລ້ວນ​ແຕ່ເຫັນ​ດີ​ເປັນ​ເອກະ​ພາບສະ​ເໜີ​ການ​ນຳ​​ບັນດາ​ຫຼັກການ​ແນະນຳ ​ແລະ ຈຸດໝາຍ​ເຈລະຈາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ (RCEP) ​ເຖິງ​ບັນດາ​ການ​ນຳ ​ເພື່ອ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ໃນ​ເດືອນ 11/2012. ຄາດ​ວ່າ,  RCEP ອາດ​ຈະ​ຫັນປ່ຽນ​ພາກ​ພື້ນ​ນີ້​ກາຍ​ເປັນ​ຕະຫຼາດ​ລວມຊື່​ງລວມມີພົນລະ​ເມືອງ​ກ່ວາ 3 ຕື້​ຄົນ ດ້ວຍ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂຶ້ນ​ເຖິງ 17.200 ຕື້​ໂດ​ລາ​ສະຫະລັດ. ​​ຖະ​ແຫຼ​ງການ​ກໍ່​ໃຫ້​ຮູ້​ວ່າ, ການ​ພົບ​ປະ​ດັ່ງກ່າວ​ແມ່ນ​ບາດກ້າວ​ເດີນ​ສຳຄັນ​ທຳ​ອິດ ​ເພື່ອມຸ້ງ​ໄປ​ເຖິງ​ການ​ສ້າງ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ພາກ​ພື້ນ ​ແລະ RCEP ຈະ​ຊ່ວຍ​ປັບປຸງ​ອົງ​ປະກອບ​ເສດຖະກິດ​ພາກ​ພື້ນ. ບັນດາ​ທ່ານ​ລັດຖະມົນຕີ​ໄດ້​ໃຫ້​ຄຳໝັນສັນຍາ​ຈະ​ຫັນ RCEP ​ເປັນ​ຂໍ້​ຕົກລົງ​ແບບຢ່າງ, ຊ່ວຍ​ຊຸກ​ຍູ້​ການ​ເຕີບ​ໂຕ, ການ​ພັດທະນາ ​ແລະ ການ​ເຊື່ອມ​ໂຍງ​ລະຫວ່າງ​ບັນດາ​ປະ​ເທດ​ເຂົ້າຮ່ວມ.

 

 

 

 

 

ຂ່າວ/ບົດ​ອື່ນ