ອາຊຽນ ແລະ ADB ເລີ່ມເຄື່ອນໄຫວຂໍ້ລິເລີ່ມສະໜັບສະໜູນບັນດາໂຄງການພື້ນຖານໂຄງລ່າງ “ຂຽວ”

(VOVWORLD) -ລັດຖະບານບັນດາປະເທດ ອາຊຽນ ພ້ອມດ້ວຍ ທະນາຄານພັດທະນາອາຊີ (ADB) ແລະ ບັນດາຜູ້ອຸປະຖໍາການພັດທະນາ ໄດ້ເລີ່ມເຄື່ອນໄຫວຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ເງິນລົງທຶນຫຼາຍກວ່າ 1 ຕື້ USD ເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງຢູ່ 10 ປະເທດ ອາຊຽນ.

        ວັນທີ 04 ເມສາ, ລັດຖະບານບັນດາປະເທດ ອາຊຽນ ພ້ອມດ້ວຍ ທະນາຄານພັດທະນາອາຊີ (ADB) ແລະ ບັນດາຜູ້ອຸປະຖໍາການພັດທະນາ ໄດ້ເລີ່ມເຄື່ອນໄຫວຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ເງິນລົງທຶນຫຼາຍກວ່າ 1 ຕື້ USD ເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງຢູ່ 10 ປະເທດ ອາຊຽນ. ຂໍ້ລິເລີ່ມກົນໄກການເງິນພື້ນຖານໂຄງລ່າງ ຂຽວ ອາຊຽນ ໄດ້ເລີ່ມຕົ້ນຢູ່ກອງປະຊຸມຂອງບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງອາຊຽນ ທີ່ໄດ້ດໍາເນີນໃນລະຫວ່າງວັນທີ 04 – 05 ເມສາ ຢູ່ນະຄອນຊຽງຣາຍ, ທາງພາກເໜືອຂອງໄທ. ກົນໄກໃໝ່ດັ່ງກ່າວ ຈະສະໜອງບ້ວງເງິນກູ້ຢືມ ແລະໜູນຊ່ວຍທາງດ້ານເຕັກນິກທີ່ຈໍາເປັນໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງ “ຂຽວ”.

        ທ່ານ Takehiko Nakao ຜູ້ອໍານວຍການທະນາຄານ ADB ໃຫ້ຮູ້ວ່າ ຜ່ານກົນໄກໃໝ່ນີ້, ທະນາຄານ ADB “ຈະໜູນຊ່ວຍລັດຖະບານບັນດາປະເທດ ອາຊຽນ ພັດທະນາບັນດາໂຄງການພື້ນຖານໂຄງລ່າງຂຽວ ແລະ ເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນຕ້ານການປ່ຽນແປງຂອງດິນຟ້າອາກາດ, ປັບປຸງຄຸນນະພາບຂອງອາກາດ, ນໍ້າ ແລະ ຫຼຸດຜ່ອນການຊຸດໂຊມຂອງສິ່ງແວດລ້ອມໃນພາກພື້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ