ອາຊຽນ ແລະ ECO ເພີ່ມທະວີການຮ່ວມມື

ອາຊຽນ ແລະ ECO ເພີ່ມທະວີການຮ່ວມມື - ảnh 1
(ພາບປະກອບ)

(vovworld) - ອາ​ຊຽນ ​ແລະ ECO ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊິ່ງດັ່ງກ່າວ​ໄດ້ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນ ​ແລະ ອົງການ​ຮ່ວມ​ມື​ເສດຖະກິດ (ECO) ຄັ້ງ​ທີ 13 ​ເຊິ່ງດຳ​ເນີນ​ໄປ​ໃນ​ຂອບ​ເຂດ​ກອງປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຄັ້ງ​ທີ 68. ທີ່​ກ​ອງປະຊຸມ, ອາ​ຊຽນ ​ແລະ  ECO ​ໄດ້​ແຈ້ງ​ໃຫ້​ກັນ​ຊາບກ່ຽວ​ກັບ​ສະພາບ​ການ​ລວມ ​ແລະ ບັນດາ​ການ​ຜັນ​ແປ​ຫຼ້າ​ສຸດ​ໃນ​ພາກ​ພື້ນ, ຕີ​ລາຄາ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ, ​ແລກປ່ຽນທິດ​ທາງ​ໃນ​ອະນາຄົດ​ໃນ​ການ​ພົວພັນ​ອາ​ຊຽນ - ECO. ກອງ​ປະຊຸມ​ກໍ່ປຶກສາ​ຫາລື​ຄວາມ​ສາມາດ​ປັບປຸງບົດ​ບັນທຶກ​ຊ່ວຍ​ຈຳ (MoU) ​ເຊິ່ງຄະນະ​ເລຂາ​ອາ​ຊຽນ ​ແລະ ECO ລົງ​ນາມ​ເມື່ອ​ປີ 2006, ​ເພື່ອ​ແນ​ໃສ່ຕອບ​ສະໜອງ​ຄວາມ​ຕ້ອງການ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ບັນ​ດາ​ເຂດທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ລວມທັງ​ການ​ບໍ່​ຈຳກັດ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ທ່ອງ​ທ່ຽວ. ບົນ​ພື້ນຖານ​ຄວາ​ມຮັບ​ຮູ້​ບົດບາດ​ສຳຄັນ​ຂອງ​ພາກ​​ເອກະ​ຊົນ​ໃນ​ການ​ຊຸກຍູ້​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ພາກ​ພື້ນ, ກອງ​ປະຊຸມ​ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ເງື່ອນ​ໄຂ​ພົວພັນ​ແລກປ່ຽນ​​ລະຫວ່າງ​ພາກ​ເອກະ​ຊົນ ​ແລະ ວິ​ສາ​ຫະກິດໃຫ້ດີກ​ວ່າ​ອີກ.

ຂ່າວ/ບົດ​ອື່ນ